ອຣິຍສັດສີ່


ອະຣິຍະສັດສີ່

 ອະຣິຍະສັດ 4 ໝາຍເຖິງ ຄວາມຈິງອັນປະເສີດ 4 ປະການ ຫຼັກຄຳສອນເລື່ອງ ອະຣິຍະສັດ 4 ເປັນຄຳສອນທີ່ສຳຄັນທີ່ສຸດເລື່ອງໜື່ງຂອງພຣະພຸດທະສາສະໜາ ຄວາມຈິງອັນປະເສີດ 4 ປະການ ໄດ້ ແກ່ ທຸກ, ສະມຸໄທ, ນິໂລດ ແລະ ມັກ.
               I.      ອະຣິຍະສັດສີ່
ອະຣິຍະສັດ ຫຼື ຈະຕຸຣິຍະສັດ ຫຼື ອະຣິຍະສັດສິ່ ເປັນຫຼັກຄຳສອນຂອງພຣະໂຄດົມ ພຣະພຸທເຈົ້າ ແປວ່າ ຄວາມຈິງຂອງພຣະອະຣິຍະບຸກຄົນ ຫຼືຄວາມຈິງທີ່ເຮັດໃຫ້ຜູ້ເຂົ້າເຖິງກາຍເປັນອະຣິຍະ ມີຢູ່ສີ່ ປະການ:
v ທຸກ ຄືສະພາບທີ່ທົນໄດ້ຍາກ ພາວະທີ່ທົນຢູ່ສະພາບເກົ່າ ບໍ່ໄດ້ສະພາບບີບຄັ້ນໄດ້ແກ່ ຊາດ ( ການເກີດ) ຊະຣາ ( ການແກ່) ມໍຣະນະ (ການຕາຍ) ການປະສົບກັບສິ່ງທີ່ເປັນທີ່ຮັກ ພັດພາກຈາກອັນເປັນທີ່ຮັກ ການປາຖະໜາສິ່ງໃດແລ້ວ ບໍ່ສົມຫວັງໃນສິ່ງນັ້ນ ກ່າວໂດຍຫຍໍ້ ທຸກກໍຄືອຸປະທານຂັນ ຫຼື ຂັນຫ້າ
v ສະມຸທັຍ  ຄືສາເຫດທີ່ເຮັດເກີດທຸກໄດ້ແກ່ ຕັນຫາ 3 ຄື:
ກາມະຕັນຫາ-ຄວາມທະຍານຍາກໃນກາມ ຄວາມຍາກໄດ້ທາງກາມະລົມ. ພາວະຕັນຫາ- ຄວາມທະຍານຍາກເປັນ ໃນພົບ ຄວາມຍາກເປັນນັ້ນ ເປັນນີ້ຄວາມຍາກທີ່ປະກອບດ້ວຍ ພາວະທິດຖິ ສັດສະຕະທິດຖິ ແລະ ວິພາວະຕັນຫາ- ຄວາມທະຍານຍາກໃນຄວາມປາສະຈາກພົບຄວາມຍາກ ບໍ່ເປັນຢ່າງນີ້ ຢ່າງນັ້ນ ຄວາມຍາກທີ່ປະກອບດ້ວຍ ວິພາວະທິດຖິ ຫຼື ອຸດເສນທິດຖິ
v ນິໂລດ ຄືຄວາມດັບທຸກ ໄດ້ແກ່ ດັບສາເຫດທີ່ພາໃຫ້ ເກີດຄວາມທຸກ ເວົ້າຄື ດຳຕັນຫາທາງ ສາມ ຍ່າງສີ້ນເຊີ່ງ
ມັກ ຄື ແນວທາງທີ່ນໍາໄປສູ່ ຫຼື ນໍາໄປ ໄປຮອດ ໄປເຖິງ ການດັບທຸກ ມີອົງປະກອບຢູ່ ແປດ ປະການຄື: ໜື່ງ ສັມມາທິດຖິ-ຄວາມເຫັນມຊອບ ສັມມາສັງກັບປະ - ຄວາມດໍາລີຊອບ ສັມມາວາຈາ - ເຈລະຈາຊອບ ສັມມາກັມມັນຕະ-ເຮັດການງານຊອບ ສັມມາອາຊີີວະ - ລ້ຽງຊີບຊອບ ສັມມາວາມະ - ພາຍາຍາມຊອບ ສັມມາທິ - ລະນຶກຊອບ ສັມມາສະມາທິ - ຕັ້ງໃຈຊອບ  ເຊິ່ງເອີ້ນອີກ ຢ່າງໜື່ງວ່າ ມັດຊິມາປະຕິປະທາຫຼື ທາງສາຍກາງ 


ໄປທຳຄວາມເຂົ້າໃຈກ່ຽວກັບ ແລະ ສະຫຼຸບກ່ຽວກັບ ອະຣິຍະສັດສີ່(4).

1. ທຸກ:
    ຄືຄວາມຈິງວ່າດ້ວຍທຸກ ຄົນເຮົາທຸກຄົນຕ່າງກໍເຄີຍພົບກັບຄວາມທຸກ ຫຼື ປະສົບປັນຫາບາງຍ່າງມາແລ້ວທັງນັ້ນ ເຊັ່ນວ່າ; ນັກຮຽນທີ່ສອບເສັງກໍເປັນທຸກ ເສດຖີທີ່ຫາເງິນໄດ້ ຍັງບໍ່ຫຼາຍພໍຕາມທີ່ຕົນເອງຕ້ອງການກໍເປັນທຸກ ຄົນຈົນກໍເປັນທຸກ ເພາະບໍ່ມີສິ່ງທີ່ຕົນຕ້ອງການ ເຊິ່ງຄວາມທຸກ ແລະປັນຫາທີ່ເກີດຂື້ນນັ້ນອາດເກີດຂື້ນໄດ້ທຸກຂະນະ ຄວາມຈິງກໍຄືວ່າ ຄວາມທຸກຫຼືປັນຫາທີ່ເກີດຂື້ນນັ້ນເຮົາຈະຕ້ອງບໍ່ປະມາດ ແລະພ້ອມທີ່້ຈະປະເຊີນໜ້າກັບປັນຫາທຸກເລື່ອງ
ໜ້າທີ່ຕ້ງອເຮັດໃນເລື່ອງຄວາມທຸກ ຄື: ການກຳນົດຮູ້ໃນຄວາມທຸກ ຫຼື ປັນຫາຕ່າງໆທີ່ເກີດຂື້ນ

ໝວດທັມທີ່ກ່າວເລື່ອງທຸກ ໄດ້ແກ່ ຂັນ​ 5 ໃນສ່ວນທີ່ເປັນ ຈິດ ແລະເຈຕະສິກ
ຈິດ ຫຼືວິນຍານທາດ ແປ່ວ່າ ສະພາວະ ທີ່ຮູ້ ເມື່ອມີຮ່າງກາຍຈື່ງຮູ້ຄິດ ຮູ້ພິຈາລະນາ ໄດ້ຮູ້ຈັກໄຕ່ຕອງ ໃຄຄວນໄດ້ ໝາຍເຖິງ ສະພາບທີ່ຮູ້ຄິດ ຮູ້ ພິຈາລະນາ ໄຕ່ຕ່ອງ ໂດຍຕ້ອງມີຮ່າງກາຍທີ່ອາການ 32 ຄົບ ເປັນເຄື່ອງມື ຫຼື ພາວະທີ່ຮູ້ແຈ້ງອາລົມ
ເຈຕະສິກ ໝາຍເຖິງ ສະພາວະທີ່ປະກອບກັບຈິດ ຄຸນນະສົມບັດ ແລະອາການຂອງຈິດ ມີຈິດຝ່າຍກຸສົນ ຈິດຝ່າຍອະກຸສົນ ແລະຈິດທີ່ເປັນກາງໆ ຄື ບໍ່ດີ, ບໍ່ໍຊົ່ວ. ຊີວິດປະກອບດ້ວຍ ຮ່າງກາຍ ແລະຈິິດ(ຮູບ ແລະນາມ)
1.  ຮູບ ໝາຍເຖິງ ຮ່າງກາຍ ຄື ສ່ວນປະກອບຂອງຊີວິດເປັນສະສານ ( ທາດດິນ ນໍ້າ ລົມ ໄຟ)
2. ເວທະນາ ໝາຍເຖິງ ອາການທີ່ເປັນຄວາມສຸກ ຄວາມທຸກ ແລະ ຄວມເປັນສຸກ ບໍ່ເປັນທຸກ ທີ່ເກີດຂື້ນກັບຮ່າງກາຍແລະໃຈ ຮຽກວ່າ ກາຍເປັນທຸກ ໃຈເປັນທຸກ.
3.ສັນຍາ ໝາຍເຖິງ: ຄວາມຈຳໄດ້ໝາຍຮູ້ໃນສິ່ງຕ່າງໆ ຂອງໃຈ
4. ສັງຂານ ໝາຍເຖິງ: ການຄິດປຸງແຕ່ງທັງທາງດີ ທາງຊົ່ວ ບໍ່ດີ ບໍ່ໍຊົ່ວ ຂອງໃຈ
5.ວິນຍານ ໝາຍເຖິງ ຄວາມຮູ້ແຈ້ງທາງອາລົມໃນສິ່ງຕ່າງໆ ຂອງໃຈ ມີ 6 ທາງຄື
ຕາ  (ຈັກຂຸ)
  ຫູ   (ໂສຕະ) 
ດັງ (ຄານະ) 
ລີ້ນ (ຊິວຫາ)
ກາຍ (ກາຍະ)
ໃຈ  (ມະໂນ)
ປະກອບດ້ວຍ 
-     ຄວາມຮູ້ແຈ້ງທາງອາລົມທີ່ຕາເບິ່ງເຫັນໃນສິ່ງຕ່າງໆ ຮຽກວ່າ ຈັກຂຸວິນຍານ.
-     ຄວາມຮູ້ແຈ້ງທາງອາລົມທີ່ຫູໄດ້ຍິນສຽງໃນສິ່ງຕ່າງໆ ຮຽກວ່າ ໂສຕະວິນຍານ.
-     ຄວາມຮູ້ແຈ້ງທາງອາລົມທີ່ຮູດັງໄດ້ສູດດົມກິ່ນໃນສິ່ງຕ່າງໆ ຮຽກວ່າ ຄານະວິນຍານ.
-     ຄວາມຮູ້ແຈ້ງທາງອາລົມທີ່ລີ້ນໄດ້ຊິມຣົດຊາດໃນສິ່ງຕ່າງໆ ຮຽກວ່າ ຊິວຫາວິນຍານ.
-     ຄວາມຮູ້ແຈ້ງທາງອາລົມທີ່ກາຍໄດ້ສຳຜັດໃນສິ່ງຕ່າງໆ ຮຽກວ່າ ກາຍະວິນຍານ.
-     ຄວາມຮູ້ແຈ້ງທາງອາລົມເມື່ອໃຈໄດ້ສຳຜັດໃນສິ່ງອາລົມຕ່າງໆ ຮຽກວ່າ ມະໂນວິນຍານ.
ຂະບວນການຂອງການເກີດຄວາມທຸກຂອງມະນຸດ ເຮົາໂດຍສັງເຂບ ຈະເກີດຂື້ນເມື່ອໃດ
ຄວາມຮູ້ແຈ້ງທາງງອາລົມທີ່ຕາເບິ່ງເຫັນສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ແລ້ວເກີດຄວາມບໍ່ພໍໃຈ ໂດຍສແດງອາການທ່າທາງຕ່າງໆ ອອກມາທາງກາຍ ທາງວາຈາ ໃຫ້ເຫັນ ນັ້ນຄື ຄວາມທຸກ.
ຄວາມຮູ້ແຈ້ງທາງອາການທີ່ຫູໄດ້ຍິນສຽງສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ແລ້ວເກີດຄວາມບໍ່ພໍໃຈ ໂດຍສະແດງອາການທ່າທາງຕ່າງໆ ອອກມາທາງກາຍ ທາງວາຈາ ໃຫ້ເຫັນ ນັ້ນຄື ຄວາມທຸກ.
ຄວາມຮູ້ແຈ້ງທາງອາການທີ່ຮູດັງໄດ້ສຸດດົມກິ່ສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ແລ້ວເກີດຄວາມບໍ່ພໍໃຈ ໂດຍສະແດງອາການທ່າທາງຕ່າງໆ ອອກມາທາງກາຍ ທາງວາຈາ ໃຫ້ເຫັນ ນັ້ນຄື ຄວາມທຸກ.
ຄວາມຮູ້ແຈ້ງທາງອາການທີ່ລີ້ນໄດ້ຊິມຣົດຊາດສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ແລ້ວເກີດຄວາມບໍ່ພໍໃຈ ໂດຍສະແດງອາການທ່າທາງຕ່າງໆ ອອກມາທາງກາຍ ທາງວາຈາ ໃຫ້ເຫັນ ນັ້ນຄື ຄວາມທຸກ.
ຄວາມຮູ້ແຈ້ງທາງອາການທີ່ກາຍໄດ້ສຳຜັດສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ແລ້ວເກີດຄວາມບໍ່ພໍໃຈ ໂດຍສະແດງອາການທ່າທາງຕ່າງໆ ອອກມາທາງກາຍ ທາງວາຈາ ໃຫ້ເຫັນ ນັ້ນຄື ຄວາມທຸກ.
ຄວາມຮູ້ແຈ້ງທາງອາການທີ່ໃຈໄດ້ສຳຜັດອາລົມສິ່ງຕ່າງໆ ທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ເພາະຈຳໄດ້ໝາຍຮູ້ (ສັນຍາ) ແລ້ວຄິດປຸງແຕ່ງບໍ່່ດີ (ສັງຂານ)  ແລ້ວເກີດຄວາມບໍ່ພໍໃຈ  ອິດສາລິດສະຍາ ໂກດ ພະຍາບາດທັງປອງຮ້າຍ ແລະ ອື່ນໆ.
ນັ້ນຄື ຄວາມບໍ່ພໍໃຈ ຖ້າຄວບຄຸມຄວາມຮູ້ສຶກໃນໃຈທີ່ບໍ່ດີເຫຼົ່ານີ້ໄດ້ ກໍຈະສະແດງອອກທາງກາຍ ທາງວາຈາໃຫ້ເຫັນ
ການດຳເນີນຊີວິດຂອງມະນຸດໃນປັດຈຸບັນ. ເຮັດຍ່າງໃດ ທຸກໃຈຈະບໍ່ເກີດຂື້ນ.
ເມື່ອຕາໄດ້ສຳຜັັດກັບຮູບ ຫູໄດ້ຍິນສຽງ ຮູດັງໄດ້ດົມກິ່ນ ລີ້ນໄດ້ຊີມຣົດຊາດ ກາຍໄດ້ສຳຜັດ ແລະ ໃຈໄດ້ນຶກຄິດຕ້ອງລະວັງໃຈ ບໍ່ໃຫ້ຄິດປຸງແຕ່ງ ຈຳໄດ້ໝາຍຮູ້ໃນເລື່ອງທາງທີ່ບໍ່ດີ ບໍ່ມັກ ບໍ່ປາຖະໜາ ຫຼື ຄວາມປາຖະໜາຢາກໄດ້ສິ່ງທີ່ເກີນຂອບເຂດທີ່ຈະເຮັດໄດ້ ແລ້ວຄວາມທູກກໍຈະບໍ່ເກີດຂື້ນຄອບງ່ຳຈິດ.
ສະຫຼຸບ ອະຣິຍະສັດ 4 ຂໍ້ທີ່ 1 ທຸກ ເມື່ອເກີດຂື້ນແລ້ວ ເປັນສິ່ງທີ່ຄວນກຳນົດຮຸ້.

2. ສມຸໄທ 
ສະມຸໄທ ຄື ຄວາມຈິງວ່າດ້ວຍເຫດແຫ່ງທຸກ ຄວາມທຸກຫຼືປັນຫາທີ່ເກີດຂື້ນກັບຄົນນັ້ນຍ່ອມເກີດຈາກສາເຫດບາງຍ່າງ ບໍ່ແມ່ນເກີດຂື້ນລອຍໆ ທັມພຸດທະດຳຣັດວ່າ ເມື່ອສິ່ງນີ້ມີ ສີ່ງນັ້ນຈື່ງ ເພາະສິ່ງນີ້ເກີດ ສີ່ງນັ້ນຈື່ງເກີດ ດ້ວຍເຊັ່ນນີ້ ນັກຮຽນທີ່ສອບຕົກອາດເປັນເພາະຄວາມກຽດຄ້ານໃນການອ່ານໜັງສື ເສດຖີ ທີຫາເງິນໄດ້ ຍັງບໍ່ຫຼາຍພໍຕາມທີ່ຕ້ອງການ ອາດເປັນເພາະມີຄວາມໂລບຈົນເກີນໄປເປັນຕົ້ນ ເຊິ່ງສາເຫດຂອງຄວາມທຸກນັ້ນ ຄືຄວາມຢາກທີ່ເກີນພໍດີ ເຊິ່ງຮຽກວ່າ ຕັນຫາ 3 ຍ່າງຄື ກາມະຕັນຫາ ພາວະຕັນຫາ ວິພາວະຕັນຫາ.
ໝວດທັມ ທີ່ວ່າດ້ວຍ ສມຸໄທ ໄດ້ແກ່ ປະຕິດຈະສມຸບບາດ, ນິວອນ 5 ແລະອຸປະທານ 4.
1.   ປະຕິດຈະສມຸບບາດ ສະພາບທີ່ອາໄສປັດໄຈເກີດຂື້ນ ຫຼືອິງອາໄສກັນ ແລະກັນເກີດຂື້ນ ກ່າວໂດຍຫຼັກການ ຄື ເມື່ອສີ່ງເຫຼົ່ານີ້ມີ ສີ່ງເຫຼົ່ານັ້ນຈື່ງມີເພາະສິ່ງເຫຼົ່ານີ້ເກີດ ສິ່ງເຫຼົ່ານັ້ນຈື່ງເກີດຂື້ນ ເມື່ອສີ່ງເຫຼົ່ານີ້ບໍ່ມີ ສິ່ງເຫຼົ່ານັ້ນຈື່ງບໍ່ມີ ເພາະສິ່ງເຫຼົ່ານີ້ດັບ ສິ່ງເຫຼົ່ານັ້ນຈື່ງດັບ.
ສະຫຼຸບ ຄວາມທຸກຫຼື້ບັນຫາຕ່າງໆທີ່ເກີດຂື້ນກັບມະນຸດຕາມຫຼັກປະຕິດຈະສະມຸບບາດ ເກີດຈາກການກະທໍາເຫດຫຼືປັດໄຈທີ່ບໍ່ເໝົາສົມ ເຊັ່ນ ຄວາມບໍ່ດີ ຄວາມປະມາດ ຄວາມກຽດຄ້ານ ເປັນຕົ້ນ ຜົນກໍເປັນຄວາມທຸກ ເຊັ່ນ ຄວາມເດືອດຮ້ອນ ຄວາມບໍ່ຈະເລີນກ້າວໜ້າ ຄວາມວິບັດ ເປັນຕົ້ນ.
2.   ນິວອນ 5 ໄດ້ແກ່ 
1. ກາມະສັນທະ,
2. ພະຍາບາດ,
3. ຖີນະມິດທະ, 
4. ອຸດທັນຈະກຸກກຸດຈະ ແລະ
5 ວິຈິກິດສາ.
ນິວອນ 5 ແປ່ວ່າ; ກິເລດ ເປັນເຄື່ອງກັ້ນ ເປັນເຄື່ອງຂັດຂວາງ ເປັນເຄື່ອງຫ້າມບໍ່ໃຫ້ບັນລຸທັມເກີດຂື້ນ ບໍ່ໃຫ້ຊານ ອະພິນຍາ ສະມາບັດ ມັກ ຜົນ ເກີດຂື້ນໄດ້ ເປັນເຄື່ອງກີດຂວາງ ປິດກັ້ນການກະທຳຄວາມດີ ຄື
1.   ກາມະສັນທະ  ຄື ຄວາມພໍໃຈຮັກໃຄໃນກາມະຄຸນ 5 ມີ ຮູບ ກິ່ນ ສຽງ ຣົດ ໂຜດທັບພະ ນິວອນນີ້ ເມື່ອເກີດຂື້ນຄອບງໍາຈິດໃຈແລ້ວ ຍ່ອມເຮັດໃຫ້ຄວາມມຸກມຸ້ນຂຸ່ນຄິດ ຫາແຕ່ກາມະຄຸນທີ່ຕົນປາຖະໜາ ເຮັດໃຫ້ຈິດໃຈບໍ່ເປັນສາມະທິ ໃນການທຳຄວາມດີ ໃນການປະຕິບັດທັມ ຂັດຂວາງບໍ່ໃຫ້ບັນລຸກຸສົນທັມໄດ.
2.   ພະຍາບາດ ຄວາມປອງຮ້າຍ ຄວາມຄິດອາຄາດມາດຮ້າຍ ຄວາມບໍ່ພໍໃຈໃນອາລົມທີ່ບໍ່ນຳປາຖະໜາ ນິວອນຂໍ້ນີ້ເມື່ອເກີດຂື້ນຄອບງຳຈິດໃຈແລ້ວ ຍ່ອມທຳໃຫ້ເກີດຄວາມຄວາມຂຸ່ນເຄືອງ ຄວາມໝົນໝອງໃຈ ເຮັດໃຫ້ຈິດໃຈບໍ່ມີປິຕິປາໂມດໃນການທຳຄວາມດີ ໃນການປະຕິບັດ ຂັດຂວາງບໍ່ໃຫ້ກຸສົນລະທັມເກີດຂື້ນໄດ້
3.   ຖິນະມິດທະ  ຄວາມຫົດຫູ່ທໍ້ແທ້ໃຈ ແລະຄວາມງ່ວງເຫງົາຫາວນອນ ນິວອນຂໍ້ນີ້ເມື່ອເກີດຂື້ນຄອບງໍາໃຈແລ້ວ ຍ່ອມເຮັດໃຫ້ຈິດໃຈຫໍ່ຫູ່ທໍ້ແທ້ ທໍ້ຖອຍ ງ່ວງເຫງົາຫາວນອນ ເຮັດໃຫ້ຈິດປາສະຈາກກຸສົນຈິດ ຄື ເຮັດໃຫ້ຈິດບໍ່ມີກຳລັງໃຈທີຈະທຳຄວາມດີ ບໍ່ຄິດປະຕິບັດທັມ ຂັດຂວາງບໍ່ໃຫ້ກຸສົນທັມເກີດຂື້ນໄດ້.
4.    ອຸດທັນຈະກຸກກຸດຈະ ຄື ຄວາມຟຸ່ງຊານ ແລະ ລຳຄານໃຈ ໄດ້ແກ່ ຄວາມຄິດຟຸ່ງຊ່ານ ຫລັບໄຫລໄປໃນອາລົມຕ່າງໆ ຄິດເລືອນລອຍໄປໃນອາລົມຕ່າງໆ ແລະເກີດຄວາມລຳຄານໃຈ ຮ້ອນໃຈ ກຸ້ມໃຈໃນຄວາມຜິດພາດຕ່າງໆ ເຊັ່ນວ່າ ມົວແຕ່ຄິດໄປວ່າ ຕົນເອງໄດ້ກະທຳຄວາມຊົ່ວ ຄວາມພິດພາດໄວ້ຫຼາຍ ບໍ່ໄດ້ກະທຳຄວາມດີໄວ້ເລີຍ ແລ້ວເກີດຄວາມຮ້ອນໃຈ ລຳຄານໃຈໃນພາຍຫຼັງ ນິວອນຂໍ້ນີ້ເມື່ອເກີດຂື້ນຄອບງຳໃຈແລ້ວ ຍ່ອມເຮັດໃຫ້ຈິດໃຈບໍ່ມີຄວາມສຸກ ບໍ່ສະບາຍໃຈ ໃນການທຳຄວາມດີ ໃນການປະຕິບັດທັມ ຂັດຂວາງບໍ່ໃຫ້ກຸສົນທັມຂື້ນໄດ້.
5.    ວິຈິກິດສາ ຄື ຄວາມສົງສັຍ ຄວາມລັງເລໃຈ ອັນໄດ້ແກ່ ຄວາມສົງໄສໃນພຣະພຸດ ພຣະທັມ ພຣະສົງ ໃນອາດີດ ປັດຈຸບັນ ແລະອະນາຄົດ ເປັນຕົ້ນ ນິວອນຂໍ້ນີ້ເມື່ອເກີດຂື້ນຄອບງຳໃຈແລ້ວ ຈະເຮັດໃຫ້ຂາດວິຈານ ບໍ່ສາມາດພິນິດພິຈາລະນາຕັດສິນໃຈທຳຄວາມດີ ຕັດສິນໃຈປະຕິບັດທັມໄດ້ ຍ່ອມຂັດຂວາງບໍ່ໃຫ້ກຸສົນທັມເກີດຂື້ນໄດ້.
ສຸຫຼຸບ ນິວອນ 5 ເມື່ອເກີດຂື້ນຢູ່ໃນໃຈຂອງຜູ້ໃດແລ້ວ ຍ່ອມຂັດຂວາງ ຫຼືຂວາງກັ້ນໃນການສ້າງຄວາມດີ ຫຼືການປະຕິບັດໜ້າທີ່ການງານທັງທາງໂລກ ແລະທັງທັມບໍ່ໃຫ້ເກີດຄວາມຈະເລີນກ້າວໜ້າ ຫຼື ປະສົບຄວາມສຳເລັດໄດ້

3.    ອຸປະທານ 4 ກາມຸປາທານ =ຄວາມຍຶດຖືໝັ້ນໃນກາມ(ກາມະຄຸນ 5= ຮຸບ ກິ່ນ ສຽງ ຣົດຊາດ ສຳຜັດ) 
     ທິດທຸປາທານ=ຄວາມຢຶດໜັ້ນຖືໝັ້ນດ້ວຍທິດຖິ(ຄວາມເຫັນ)
    ສີລັບພະຕຸປາທານ =ຄວາມຢຶດໝັ້ນຖືໝັ້ນດ້ວຍສິລະວັດ(ຂໍ້ປະຕິບັດ)
     ອັດຕະວາທຸປາທານ= ຄວາມຢຶດໝັ້ຖືໝັ້ນ ວາທະວ່າຕົນ(ການແບ່ງເຮົາແບ່ງເຂົາ) 

   ອຸປະທານ ເປັນເຄື່ອງກິເລດກຸ່ມໜື່ງ ທີ່ສະແດງອອກມາໃນລັກສະນະທີ່ຢຶດໝັ້ນ ຖືໝັ້ນ ດ້ວຍອຳນາດຂອງກິເລດນັ້ນໆ ໂດຍຄວາມທົ່ວໄປ ອຸປາທານ ຄື ຄວາມຢຶດໝັ້ນຖືໝັ້ນ ແບ່ງອອກເປັນ 4 ປະເພດຄື:

1.     ກາມຸປະທານ ຄວາມຢຶດໝັ້ນຖືໝັ້ນໃນກາມ ຄືການທີ່ຈິດເຂົ້າໄປຍຶດຖືໃນວັດຖຸກາມທັງ 5 ຄື ຮູບ ສຽງ ກິ່ນ ຣົດຊາດ ໂຜດທັບພະ ອັນຕົນກຳນົດວ່າໜ້າໃຄ ໜ້າປາຖະໜາ ໜ້າພໍໃຈ ຄວາມຍຶດຖືຂອງຈິດນັ້ນມິຄວາມຮຸ້ສຶກວ່າ ນັ້ນເປັນຂອງເຮົາ ເຊັ່ນເຫັນຮູບງາມ ກໍຢາກໄດ້ມາເປັນຂອງຕົນດ້ວຍ ອຳນາດຕັນຫາເມື່ອໄດ້ມາໄວ້ໃນການຄອບຄອງແລ້ວ ຈະຍຶກໝັ້ນຖືໝັ້ນວ່າ ຮູບນັ້ນຂອງເຮົາ ໃນຂະນະດຽວກັນກໍພ້ອມທີ່ຈະຍຶດຖືຮູບເປັນຕົ້ນ ຍ່າງອື່ນໃນທຳນອງດຽວກັນ ຄວາມທຸກໃນຊີວິດຈະດເກີດຂື້ນ ເພາະການສະແຫວງຫາ ການຄອບຄອງ ການປ່ຽນແປງ ຫລືພັດພາກໄປຂອງວັດຖຸກາມເຫຼົ່ານັ້ນ.
2.    ທິດຖູປາທານ ຄວາມຍຶດໝັ້ນຖືໝັ້ນດ້ວຍອຳນາດທິດຖິ ຄື ຄວາມເຫັນຜິດ ເຊັ່ນຍຶດຖືໃນລັດທິທັມນຽມ ຄວາມເຊື່້ອຖືຕ່າງໆ ຂາດການໃຊ້ປັນຍາ ພິຈາລະນາ ເຊັ່ນ ຖືວ່າການກະທຳດີ ຊົ່ວບໍ່ມີ ຄວາມສຸກຄວາມທຸກໃນຊີວິດຂອງຄົນບໍ່ໄດ້ເກີດມາຈາກເຫດອັນໃດທັງສິ້ນ ບໍ່ມີບູນບາບ ບິດາ ມານດາ ພຣະອະຣິຍະບຸກຄົນເປັນຕົ້ນ ຄວາມຍຶດຖືບາງຍ່າງນອກຈາກຈະລະໄດ້ຢາກແລ້ວ ຍັງນຳໄປສູ່ການຖົກຖຽງ ການແຕກແຍກກັນ ຈົນຕ້ອງປະສົບທຸກໃນອະບາຍເພາະທິດຖູປາທານບາງຍ່າງ.
3.    ສີລັບພະຕຸປາທານ ຄວາມຍຶດໝັ້ນຖືໝັ້ນໃນສິລະວັດ ແລະຂໍ້ປະຕິບັດຕ່າງໆ ທີ່ຕົນປິພຶດມາຈົນຊິນເຄີຍດ້ວຍຄວາມເຂົ້າໃຈວ່າຂັງ ສັກສິດ ຖ່ືກຕ້ອງເປັນຕົ້ນ ໂດຍທົ່ວໄປແລ້ວເຊັ່ນການຍຶດຕິດໃນທັມນຽມບາງຍ່າງ ພິທີກັມບາງປະເພດ ຖື ເລືກດີຍາມດີ ທິດດີ ທິດບໍ່ດີ ວັນດີ ວັນບໍ່ດີ ຈົນເຖິງການຖືວັດປະຕິບັດທີ່ງົມງາຍຕ່າງໆ ການເຮັດຕົນຮຽນແບບ ໝາແດ່ ງົວແດ່ ໂດຍເຂົ້າໃຈວ່າ ການເຮັດແບບນັ້ນອາດເຮັດໃຫ້ຕົນປະສົບກັບບຸນ ເປັນທີ່ໂປດປານຂອງພຣະເຈົ້າ ຈົນເຖິງລະສິ້ນທຸກ ເພາະການກະທໍຳເຊັ່ນນັ້ນເປັນຕົ້ນ.
4. ອັດຕະວາທຸປາທານ  ຄວາມຍຶດໝັ້ນຖືໝັ້ນວາທະວ່າຕົນ ໂດຍຄວາມໝາຍທົ່ວໄປ ໝາຍເຖິງຍຶດຖືໃນທຳນອງແບ່ງເປັນເຮົາ ເປັນເຂົາ ເປັນພວກເຮົາພວກເຂົາ ຈົນເຖິງການຍຶດຖືວ່າມີຍຶດຖືວ່າມີຕົວມີຕົນທີ່ທ່ຽງແທ້ຢູ່ ຕົນນັນເອງເປັນຜູ້ມີ ຜຸ້ຮັບ ຜູ້ໄປໃນພົບຕ່າງໆ ສະເຫວີຍບຸນ-ບາບຕ່າງໆ ທີ່ຕົນເຮັດໄວ້ ໂດຍຂາດການເບິ່ງຕາມຄວາມເປັນຈິງວ່າ ສັບພະສິ່ງຫຼາຍນັ້ນ ລ້ວນເກີດຂື້ນເພາະການປະຊຸມພ້ອມແຫ່ງ ປັດໄຈທັງຫຼາຍເທົ່ານັ້ນ
ອຸປາທານທັງ 4 ປະການນີ້ ທີ່ສະແດງໄວ້ໃນປະຕິດຈະສະມູບບາດນັ້ນ ອຸປາທານຢູ່ໃນຖານະເປັນປັດຈຸບັນເຫດ ຮ່ວມກັບຕິນຫາ ແລະດ້ວຍອຳນາດແຫ່ງອຸປາທານນີ້ເອງ ທີ່ເຮັດໃຫ້ໄດ້ປະສົບຄວາມທຸກຕ່າງໆ
ສະຫຼຸບ ສມຸໄທ ເຫດແຫ່ງທຸກເປັນສິ່ງທີ່ຄວນລະ
3. ນິໂລດ
ຄື ຄວາມຈິງວ່າ ດ້ວຍຄວາມດັບທຸກ ກ່າວຄື ຄວາມທຸກນັ້ນເມື່ອເກີດໄດ້ກໍດັບໄດ້ ເມື່ອຄວາມທຸກເກີດຈາກສາເຫດ ຖ້າເຮົາດັບສາເຫດນັ້ນແລ້ວ ຄວາມທຸກນັ້ນກໍຍ່ອມດັບໄປດ້ວຍ ດັງພຸດທະດຳຣັດວ່າ ເມື່ອສິ່ງນີ້ບໍ່ມີ ສິ່ງນັ້ນກໍບໍ່ມີ ເພາະສິ່ງນີ້ດັບ ສິ່ງນັ້ນກໍດັບ ຄວາມທຸກຫຼືປັນຫາຂອງຄົນເຮົານັ້ນ ເມື່ອເກີດແລ້ວກໍຈະບໍ່ຄົງຢູ່ຍ່າງນັ້ນເປັນນິລັນດອນ ແຕ່ຢູ່ໃນວິໄສ ທີ່ເຮົາສາມາດຈະແກ້ໄຂໄດ້ບໍ່ຊ້າກໍໍໄວ ບໍ່ຫຼາຍກໍໜ້ອຍ ແລະຢູ່ທີ່ວ່າມີຄວາມຕັ້ງໃຈແທ້ທີ່ຈະແກ້ໄຂຫຼືບໍ່

ໝວດທັມທີ່ວ່າດ້ວຍນິໂລດ ໄດ້ແກ່ ນິບພານ
ຄຳວ່າ ນິບພານ ແປ່ວ່າ ດັບເຍັນ ນິບຳານໃນພຣະພຸດທະສາສະໜາ ມີແນວທີ່ຕ້ອງພິຈາລະນາຍ່າງລະອຽດຢູ່ 3 ຍ່າງຄື
1.   ການສິ້ນກະເລດ ຫຼືການດັບກິເລດ ຮຽກວ່າ ນິບພານ
2.    ຜົນທີ່ເກີດຂື້ນເປັນຄວາມປາສະຈາກຄວາມທຸກໂດຍສິ້ນເຊິງ ຫຼືກ່າວຄືອີກຍ່າງໜື່ງກໍຄືພາວະທີ່ປາສະຈາກຄວາມທຸກ ອັນເກີດຈາກການສິ້ນກິເລດນັ້ນເອງ ເປັນຕົນນນິບພານ.
3.    ທັມມະທາດຍ່າງໜື່ງ ເຊິ່ງເປັນທີ່ດັບຂອງກິເລດ ແລະເປັນພາວະທີ່ມີຢູ່ນິຣັນດອນ ເມື່ອໃດປະຕິບັດຫຼືລຸເຖິງ ກິເລດຂອງບຸກຄົນນັ້ນກໍດັບໄປ ທັມມະທາດອັນນີ້ຖືກວ່າຈັດວ່າເປັນນິບພານ ຫຼືບາງທີ່ກໍຮຽກວ່າ ນິບພານທາດ ຄວາມແຕກຕ່າງລະຫວ່າງຄວາມໝາຍທັງ 3 ໄນນີ້ໂດຍງ່າຍ ໂດຍພິຈາລະນາໄປໃນແງ່ຂອງເວລາຄື ນິບພານຍ່າງທີ່ 1 ຄຳນີ້ເເປັນອາການນາມ ໝາຍເຖິງອາການທີ່ກິເລດດັບລົງຫຼືສີ້ນລົງ ຈື່ງມີລະຍະເວລາຊົ່ວຂະນະຈິດດຽວຫຼື້ແວັບດຽວ ສ່ວນຕົວ ນິບພານຍ່າງທີ່ 2 ເປັນພາວະນາມ ໝາຍເຖິງຄວາມທີ່ທຸກບໍ່ມີ ມີຜົນເປັນຄວາມບໍ່ທຸກອັນນີ້ຈະມີລະຍະຍາວໄປຈົນຕະຫຼອດຊີວິດຂອງບຸກຄົນຜູ້ເຖິງນິບພານນັ້ນສ່ວນ ນິບພານຍ່າງ 3 ນັ້ນຄືວ່າ ເປັນສະພາບຍ່າງນິຣັດດອນ ບໍ່ມີເກີດບໍ່ມີດັບ ຮຽກວ່າເປັນສິ່ງທີ່ກ່າວບໍ່ໄດ້ວ່າມີອາຍຸເທົ່າໃດ ທ່ານໄດ້ໃຊ້ຄຳວ່າ ອຊາຕັງ = ບໍ່ເປັນຢູ່, ອມຕັງ= ບໍ່ຕາຍ ເປັນລັກສະນະນິບພານ ເພາະສະນັ້ນ ຈື່ງຢູ່ນອກເໜືອຄວາມມີອາຍຸນິບພານທາດໂດຍ ກ່າວແລ້ວນີ້ເອງ ໝາຍເຖິງນິບພານທີ່ກ່າວເຖິງໃນ ໂລກຸດຕະຣະທັມ 9 . ທັມໃຫ້ເຫັນໄດ້ເຫັນວ່ານິບພານຍ່າງທີ່ 1 ເນື່ອງດ້ວຍມັກ, ນິບພານຍ່າງທີ່ 2 ເນື່ອງດ້ວຍຜົນ, ສ່ວນນິບພານຍ່າງທີ່ 3 ໄດ້ແກ່ ນິບພານທາດ ອັນເປັນຂອງນິຣັນດອນກ່າວແລ້ວ, ນິບພານ ຍ່າງທີ່ 1 ເນື່ອງດ້ວຍມັກ ເພາະມີຊົ່ວຂະນະທີ່ມັກຕັດກິເລດ ເຊິ່ງຖືກັນວ່າຊົ່ວຂະນະຈິດດຽວ, ນິບພານນຍ່າງທີ່ 2 ເນື່ອງດ້ວຍຜົນ ເພາະຜົນແຫ່ງຄວາມສິ້ນກິເລດນັ້ນປາກົດແກ່ບຸກຄົນນັ້ນ ຈົນຕະຫຼອດຊີວິດຂອງບຸກຄົນນັ້ນ, ສ່ວນນິບພານຍ່າງທີ່ 3 ເປັນນິບພານແທ້ ບໍ່ຕ້ອງກ່ຽວກັບມັກ ຫຼືຜົນກໍເປັນສິ່ງທີ່ປາກົດຕົວຢູ່ໄດ້ເອງແກ່ບຸກຄົນຜູ້ມີປັນຍາ ໃນທີ່ທັງປວງ ແລະໃນການທຸກເມື່ອ.
ໃນບາລີອິຕິວຸດຕະກະ ແບ່ງນິບພານທາດເປັນ 2 ຍ່າງຄື ນິບພານສຳຫຼັບ ພຣະ ອະຣະຫັນຜູ້ຍັງມີຊີວິດ ຢຸ່ ແລະ ນິບພານສຳລັບ ພຣະອະຣະຫັນທີ່ດັບຂັນແລ້ວ ເມື່ອກ່າວໂດຍແນວນີ້ ນິບພານສຳລັບພຣະອະຣະຫັນຜູ້ມີຊີວິດຢູ່ກໍຄື ນິບພານຍ່າງທີ່ 2 ຂ້າງຕົ້ນ ແລະນິບພານສຳລັບພຣະອະຣະຫັນຜູ້ດັບຂັນແລ້ວກໍຄືນິບພານ 3
ໃນບາລີອັງຄຸດຕະຣະນິກາຍ ກ່າວເຖິງນິບພານໂດຍຍົກບຸກຄົນເປັນສິ່ງ ສະຫຼຸບໄດ້ເປັນ 2 ພວກຍ່າງດຽວກັນ ຄື ນິບພານທີ່ມີເຊື້ອເຫຼືອ ຮຽກວ່າ ສະອຸປາທິເສດນິບພານ ແລະນິບພານໝົດເຊື້ອໂດຍສິ້ນເຊິງ ຮຽກວ່າ ອະນຸປາທິເສດນິບພານ.
ສະຫຼຸບ ນິໂລດ (ຄວາມດັບທຸກ) ເປັນສິ່ງທື່ຄວນທຳໃຫ້ແຈ້ງ ຫຼື ທຳໃຫ້ເກີດມີຂື້ນ.


4.   ມັກ: ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບທຸກ ຫຼືອາໝົດປັນຫາຕ່າງໆ ໂດຍສີ້ນເຊິ່ງ ມີອົງປະກອບ 8 ປະການ ໄດ້ແກ່

1). ເຫັນຊອບ (ສັມມາທິດຖິ) ຄື ເຫັນສິ່ງຕ່າງໆ ຕາມທີ່ເປັນຈິງ.
2). ດໍ່າຣິຊອບ(ສັມມາສັງກັບປະ) ຄື ບໍ່ກຸ່ມຫຼົງມົວເມົາກັບຄວາມທຸກທາງກາຍ ບໍ່ພະຍາບາດ ແລະບໍ່ຄິດທໍາ
ຮ້າຍຜູ້ອື່ນ.
3). ເຈລະຊອບ (ສັມມາວາຈາ) ຄື ການບໍ່ເວົ້າເທັດ ບໍ່ເວົ້າສໍ້ສຽດ ບໍ່ເວົ້າຄໍາຫຍາບ ແລະບໍ່ເວົ້າເພືເຈີ້
4).ກະທຳຊອບ(ສັມມາກຳມັນຕະ) ຄື ບໍ່ທຳຮ້າຍຊີວິດ ບໍ່ລັກຂະໂມຍ ບໍ່ປະພຶດຜິດທາງກາມ
5).ລ້ຽງຊີວິດຊອບ(ສັມມາອາຊິວະ) ຄື ການທຳມາຫາກິນດ້ວຍອາຊິບທີ່ສຸດຈະຣິດ ບໍ່ຄົດໂກງ ບໍ່ຫຼອກຫຼວງ ບໍ່ທຳກິດຈະການໃນສິ່ງທີ່ເປັນຜົນຮ້າຍຕໍຄົນທົ່ວໄປ.
6). ພະຍາຍາມ (ສັມມາວາຍາມະ) ຄື ຄວາມໝາຍທີ່ຈະປ້ອງກັນມີໃຫ້ຄວາມຊົ່ວເກີດຂື້ນ ຄວາມພະຍາຍາມທີ່ຈະກໍາຈັດຄວາມຊົ່ວທີ່ເກີດຂື້ນແລ້ວໃຫ້ໝົດໄປ ຄວາມພະຍາຍາມທີ່ຈະສ້າງຄວາມດີທີ່ຍັງບໍ່ເກີດໃຫ້ເກີດຂື້ນ ແລະ ຄວາມພະຍາຍາມທີ່ຈະຮັກສາຄວາມດີທີ່ເກີດຂື້ນແລ້ວໃຫ້ຄົງຢູ່ຕະຫຼອດໄປ.
7). ລະນຶກຊອບ(ສັມມາສະຕິ) ຄວາມຫຼົງບໍ່ລືມ ຮູ້ຕົວຢູ່ສະເໝືວ່າ ກໍາລັງເຫັນສິ່ງຕ່າງໆ ຕາມທີ່ເປັນຈິງ
8). ຕັ້ງຈິດໝັ້ນຊອບ(ສັມມາສະມາທິ) ຄື ການທີ່ສາມາດຕັ້ງຈິດໃຫ້ຈົດຈໍ່ຢູ່ກັບສິ່ງໃດໜື່ງໄດ້ນານ.

ໝວດທັມືທີ່ວ່າດ້ວຍມັກ ໄດ້ແກ່ ອິທີບາຍ 3, ວິປັດສະນາຍານ 9 ແລະ ມົງຄຸນ38(ຄວາມພຽນເຜົາກິເລດ, ປະພຶດພົມມະຈັນ, ເຫັນອະຣິຍະ ແລະ ບັນລຸນິບພານ

1.    ອາທິປະໄຕ 3 (ຄວາມເປັນໃຫຍ່) ແບ່ງອອກເປັນ 3 ປະເພດ
1.      ອັດຕາທິປະໄຕ ຖືຕົນເເປັນໃຫຍ່ ໝາຍເຖິງ ກະທຳດ້ວຍປາກົດຕົນເປັນປະມານ
2.     ໂລກາທິປະໄຕ ຖືໂລກເປັນໃຫຍ່ ໝາຍເຖິງ ການກະທຳດ້ວຍປາກົດນນິຍົມຂອງໂລກເປັນປະມານ
3.     ທັມມາທິປະໄຕ ຖືທັມມະເປັນໃຫຍ່ ໝາຍເຖິງ ການກະທຳການດ້ວຍປາກົດຄວາມຖຶກຕ້ອງ ເປັນຈິງສົມຄວນຕາມທັມ ເປັນປະມານ.
ສະຫຼຸບ ຂໍ້ປະຕິບັດໃຫ້ເຖິງຄວາມດັບທຸກ ຫຼືໝົດປັນຫາຕ່າງໆ ໂດຍສິ້ນເຊິ່ງ ຕ້ອງເປັນຕາມຫຼັກ ທັມມາທິປະໄຕ

2.  ວິປັດສະນາຍານ 9 :
 ວິປັດສະນາ ແປວ່າ ການເຮັດໃຫ້ແຈ້ງ 
ຍານ ແປ່ວ່າ ຄວາມຮູ້ 
ໝາຍເຖິງ ຄວາມຮຸ້ທີ່ເຮັດໃຫ້ດັບທຸກ ດັບກິເລດໄດ້ສິ້ນເຊິງ ມີ 9 ຍ່າງ
1.     ອຸທະຍັບພະຍາສຸປັດສະນາຍານ ໝາຍເຖິງ ຄວາມຮູ້ຕາມເຫັນຄວາມເກີດ ແລະ ຄວາມດັບແຫ່ງນາມ
2.    ພັງຄານຸປັດສະນາຍານ ໝາຍເຖິງ ຄວາມຮຸ້ຕາມເຫັນຈຳເພາະຄວາມດັບເດັນຂື້ນມາ
3.    ພະຍະຕູປັດຖານຍານ ໝາຍເຖິງ ຄວາມຮູ້ອັນເບິ່ງເຫັນສັງຂານປາກົດເປັນຂອງນ່າກົວ
4.    ອາທີນວານຸປັດສະນາຍານ ໝາຍເຖິງຄວາມຮູ້ຄຳໜື່ງເຫັນໂທດ
5.    ນິບພິທານຸປັດສະນາຍານ ໝາຍເຖິງ ຄວາມຮູ້ຄຳໜື່ງເຫັນດ້ວຍຄວາມນ່າຍ
6.    ມຸດຈິຕຸກັມຍະຕາຍານ ໝາຍເຖິງຄວາມຮູ້ຫຍັ່ງຮູ້ອັນໃຫ້ໃຜຈະພົ້ນໄປໄດ້.
7.    ປະຕິສັງຂານນຸປັດສະນາ ຍານ ໝາຍເຖິງ ຄວາມຮຸ້ອັນພິຈາລະນາທົບທວນເພື່ອຈະຫາທາງ
8.    ສັງຂາຣຸເປກຂາຍານ ໝາຍເຖິງ ຄວາມຮູ້ອັນເປັນໂດຍຄວາມເປັນກາງຕໍ່ສັງຂານ
9.    ສັດຈານຸດົນມິກະຍານ ໝາຍເຖິງ ຄວາມຮູ້ທີ່ເປັນໄປໂດຍຄວາມແກ່ການຫຍັ່ງຮູ້ອະຣິຍະສັດ


3.   ມຸງຄຸນທີ່ 38 ໄດ້ແກ່:
1.   ມຸງຄຸນທີ່ 31 ຄວາມພຽນທີ່ເຜົາກິເລດ(ບຳເພັນຕະບະ)

ຄົນເຮົາເມື່ອສຶກສາຈະພົບວ່າ ຍັງມີນິໄສບໍ່ດີແດ່ ມີຄວາມປະພຶດທີ່ບໍ່ດີແດ່ ເຊິ່ງຈະຕ້ອງປັບປຸງແກ້ໄຂໃຫ້ດີຂື້ນນັ້ນຍັງມີຢູ່ອີກຫຼາຍ ເຊັ່ນ ເຄືຍມັກໂກດ ເຫັນແກ່ຕົວ ອິດສາຣິດສະຍາ ຊຶມຊາ ທໍ້ຖອຍ ຟຸງຊ່ານ ລຳຄານໃຈ ເປັນຕົ້ນ ອາການເຫຼົ່ານີ້ເປັນສິ່ງທີ່ຄວນຈັດການແກ້ໄຂໃຫ້ດີຂື້ນດ້ວຍອາການທີ່ຮຽກວ່າ ການບຳເພັນຕະບະ ຫຼື ການສ້າງຄວາມພຽນເຜົາກິເລດ.
         ການບຳເພັນຕະບະ ໝາຍເຖິງ ການສ້າງຄວາມພຽນເຜົາຜານຄວາມຊົ່ວ ຄືກິເລດທຸກຊະນິດໃຫ້ຮ້ອນຕົວທົນຢຸ່ບໍ່ໄດ້ ເກາະໃຈບໍ່ຕິດໜີໄປແລ້ວ ໃຈກໍຈະຜ່ອງໃສ ໝົດທຸກ ການທີ່ເຮົາຈະຂັບໄລ່ສິ່ງໃດ ເຮົາກໍຈະຕ້ອງເຮັດທຸກໆຍ່າງເພື່ອຝືນຄວາມຕ້ອງການຂອງສິ່ງນັ້ນ ເໝື່ອນການໄລ່ຄົນອອກຈາກບ້ານ ເຂົາຢາກໄດ້ເງິນ ເຮົາກໍຕ້ອງບໍ່ໃຫ້ ຢາກກິນກໍບໍ່ໃຫ້ກິນ ຄື ຕ້ອງຝືນໃຈຂອງເຂົາ ເຂາຈື່ງຈະໄປ ການໄລ່ກິເລດອອກຈາກໃຈກໍເໝືອນ ສະນັ້ນຫຼັກປະຕິບັດຂອງການບຳເພັນຕະບະ ຄື ການຝືນຄວາມຕ້ອງການຂອງກິເລດ

ປະເພດຂອງການບຳເພັນຕະບະ ການຝຶນຄວາມຕ້ອງການຂອງກິເລດ ເພື່ອໄລ່ກິເລດອອກຈາກໃຈ ແບ່ງອອກໄດ້ເປັນ 2 ແບບ
1. ສັນເລຂະ ຄື ການຝຶນກິເລດ ດ້ວຍກຳຈັດກິເລດຄ່ອຍເປັນຄ່ອຍໄປ ຫຼືຄ່ອຍຂັດເກົາກັນໄປ ເຊັ່ນໂລລກຳຈັດໂດຍໃຫ້ທານ ມັກໂກດຜູ້ອືື່ນ ແກ້ໂດຍ ແຜ່ເມດຕາ ຂີ້ຄ້ານ ຂະຫຍັ່ນເຮັດ ເປັນຕົ້ນ.
2. ຕຸຕັງຄະ ຄື ການຝືນກິເລດດ້ວຍການກຳຈັດກິເລດແບບຫັກໂຫມຮຸນແຮງໄດ້ຜົນທັນຕາເຫັນ ໃຊ້ປະຕິວັດອຸປະນິໄສໄດ້ວອງໄວ ດວນພະລັນ ຜູ້ປະຕິບັດຕ້ອງມີຄວາມອົດທົນ ມີຄວາມພຽນສູງຈື່ງຈະເຮັດໄດ້.


ວິທີປະຕິບັດເຜົາກິເລດຝນຊີວິດປະຈຳວັນ ເຮັດໄດ້ດັງນີ້:
1.     ຝືນຄວາມອົດທົນ
2.    ອີນຊີສັງວອນ ຄື ການສຳລວມລະວັງຕົນ(ກາຍ ວາຈາ ແລະໃຈ) ໂດຍອາໄສສະຕິເປັນຕົວກຳກັບເຫດການທີ່ຈະເກີດແລ້ວຜ່ານເຂົ້າທາງ ຕາ ຫູ ດັງ ລິ້ນ ກາຍ ແລະໃຈເປັນຕົ້ນ.
3.    ມີຄວາມພຽນໃນການປະຕິບັດທັມ ເນື່ອງຈາກຄົນເຮົາສ່ວນໃຫຍ່ແລ້ວຮູ້ຢູ່ວ່າອັນໃດດີ ຢາກຈະໄດ້ສິ່ງທີ່ເຫັນວ່າດີນັ້ນເກີດຂື້ນກັບຕົວ ແຕ່ກໍມັກເຮັດຄວາມດີນັ້ນໄປໄດ້ບໍ່ຕະຫລອດຮອດຝັ່ງ ທັງນີ້ເພາະຂາດຄວາມພຽນ
ສະຫຼຸບ ຄວາມພຽນທີ່ເຜົາກິເລດ(ບຳເພັນຕະບະ)ເມື່ອປະຕິບັດແລ້ວ ຄວາມເຊືອມ ຄວາມທຸກຄວາມເດືອຮ້ອນກໍຈະບໍ່ເກີດຂື້ນ ມົງຄົນທີ່ 32 ປະພຶກພົມມະຈັນ ແປ່ວ່າ ການປະພືດແບບພົມ ຫຼືຄວາມປະພຶດອັນປະເສີດ.
ໝາຍເຖິງ ການປະພຶດຕາມຄຸນນະທັມຕ່າງໆ ທັງໝົດໃນພຣະພຸດທະສາສະໜາໃຫ້ເຄັງຄັດຍິ່ງຂື້້ນ ເພື່ອປ້ອງກັນບໍ່ໃຫ້ກິເລດຟື້ນຟູກັບຄືນມາອີກຈົນກະທັ້ງໝົດກິເລດ.


ວິທີປະພຶດພົມມະຈັນ.
1.   ພົມມະຈັນຂັ້ນຕົ້ນສຳຫລັບຜູ້ຄອງເຮືອນ
-      ທານ ຄື ການຮູ້ຈັການເສຍສະຫຼະ ວັດຖຸພາຍນອກທີ່ເເປັນສ່ວນເກີນ ໃຫ້ແກ່ຜູ້ທີດ້ອຍກວ່າ ຫຼືໄດ້ຮັບຄວາມທຸກເດືອດຮ້ອນ ເພື່ອໃຫ້ເຂົາມີໂອກາດ ຫຼືພົ້ນຈາຄວາມທຸກເດືອດຮ້ອນຕາມອັດຕະພາບເຂົາ.
-      ວັຍຍາວັດຈະ ຄື ການຊ່ວຍເຫຼືອກິດທີ່ຊອບ ເຊັ່ນ ສາທາລະນະກຸສົນ ສາທາລະນະປະໂຫຍດ.
-      ຮັກສາສິນ 5 ໂດຍສເພາະຄື ຂໍ້ 3 ບໍ່ປະພືດນອກໃຈສາມີ-ພັນລະຍາ.
2.    ພົມມະຈັນຂັ້ນກາງສຳຫລັບຜູ້ຄອງເຮືອນ
-     ອັບປະມັນຍາ ຄື ການແຜ່ເມດຕາແກ່ສັບພະສັດທັງຫຼາຍ ແມ່ນວ່າເຂົາຈະເປັນສັດຕູກໍຕາມ.
-     ສະທານສັນໂດດ ຄື ພໍໃຈຍິນດີສະເພາະຄຸ່ຄອງຂອງຕົນ ແລະຫາໂອກາດຮັກສາສິນ 8 ຕາມກຳລັງ.
-     ເມຖຸນວິຣັດ ຄື ເວັ້ນຂາດຈາກການຄອງຄູ່ ໄກ້ແກ່ ຜູ້ທີ່ບໍ່ແຕ່ງງານ ຫຼືເປັນນັກບວດ.
3.   ພົມມະຈັນຂັ້ນສູງສຳຫລັບຜູ້ບໍ່ຄອງເຮືອນ.
-    ວິຣິຍະ ຄື ຄວາມພຽນຕັ້ງໃຈທຳສະມາທີຝຶກສະມາທິຕະຫຼອດຊີວິດ
-     ຖ້າເປັນຄະລາວາດກໍຮັກສາສິນຍ່າງໜ້ອຍສິນ 8 ຕະຫຼອດຊີວິດ.
-    ອະຣິຍະມັກ ຄື ປະຕິບັດຕາມມັກມີອົງ 8 ພ້ອມບໍລິບູນຢຸ່ໃນຕົວ ພົມມະຈັນທຸກຂັ້ນຈະຕັ້ງໝັ້ນຢູ່ໄດ້ ຕ້ອງອາໄສການຝຶກສະມາທິເປັນຫຼັກ.
(ສະຫຼຸບ ປະພຶດພົມມະຈັນ ເມື່ອປະຕິບັດແລ້ວ ຄວາມເຊືອມ ຄວາມທູກຄວາມເດືອນຮ້ອນ ກໍຈະບໍ່ເກີດຂື້ນ.)


ມຸງຄຸນທີ່ 33 ເຫັນອະຣິຍະສັດ: ເຫັນຄວາມຈິງອັນປະເສິດ.
ຄວາມໝາຍ ການເຫັນກ່ຽວກັບຄວາມຈິງຂອງໂລກ ແລະຊີວິດວ່າເປັນແບບໃດ ເພື່ອຈະໄດ້ເຂົ້າໃຈແກ່ນແທ້ຂອງຊີວິດ ອະຣິຍສັດ 4 ເປັນຄວາມຈິງທີ່ມີຢູ່ຄູ່ໂລກ ແຕ່ບໍມີໃຜເຫັນ ຈົນກະທັ້ງພຣະສັມມາສັມພຸດທະເຈົ້າຕັດສະຮູ້ ຄືທັງຮູ້ທັງເຫັນ ແລ້ວຊີ້ໃຫ້ເບິ່ງ ໄດ້ແກ່.
1.     ທຸກ ຄື ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈຕ່າງໆ ແບ່ງອອກເປັນລັກສະນະ:
-      ສະພາວະທຸກ (ທຸກປະຈຳ) ຄື ຄວາມທຸກທີ່ເກິດຈາກຕົວເອງ ໄດ້ແກ່ ຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມທູກປະເພດນີ້ບໍ່ມີໃຜຫຼີ້ກລ້ຽງໄດ້.
-      ປະກິນນະກະທຸກ(ທຸກຂະຈອນ) ຄື ຄວາມທຸກທີ່ເກີດຈາກເຫດພາຍນອກ ເມື່ອກະທົບຕໍ່ຄົນເຮົາແລ້ວເຮັດໃຫ້ເກີດອາການ ເຊັ່ນ ແຫ້ງໃຈ ນ້ອຍໃຈ ທໍ້ໃຈ ກຸ້ມໃຈ ຄ່ຳຄານ ລຳໄຫ້ລຳພັນ ເຈັບໄຂ້ໄດ້ປ່ວຍ ໆລໆ ຄວາມທຸກປະເພດນີ້ ຜູ້ມີປັນຍາສາມາດຫຼີ້ກລ້ຽງໄດ້.
2.    ສມຸໄທ ເຫດເຮັດໃຫ້ເກີດທຸກທັງຫຼາຍ ພຣະພຸດທະເຈົ້າຄົ້ນຄວ້າຫາຄວາມຈິງວ່າ ຄວາມທຸກເກີດຈາກ ຕັນຫາ (ຄວາມດີ້ນລົນທະຍານຢາກໄດ້ໃນໃຈ) ແລະແຍກອາການອອກເປັນ 3 ລັກສະນະ:
-      ກາມະຕັນຫາ ຄື ຄວາມຢາກໄດ້ ຫຼື ຢາກຍິນດີໃນ ຮູບ ສຽງ ກິ່ນ ຣົດຊາດ ແລະສຳຜັດ ເມື່ອບໍ່ໄດ້ກໍເກີດຄວາມເປັນທຸກ ທັງກາຍ ແລະໃຈ.
-  ພາວະຕັນຫາ ຄື ຄວາມຢາກມີຢາກເປັນ ເມື່ອໃຈເກີດຄວາມຢາກໄດ້ມີຢາກເປັນຕາມທີ່ຕົນປາຖະໜາແລ້ວບໍ່ໄດ້ ຄວາມທຸກກໍເກີດຂື້ນກັບກາຍ ແລະໃຈຂອງຜູ້ນັ້ນ.
-      ວິພາວະຕັນຫາ ຄື ຄວາມບໍ່ຢາກເປັນ ເມື່ອພົ້ນສະພາບທີ່ເປັນບໍ່ໄດ້ ກາຍ ແລະໃຈກໍເປັນທຸກ ເຊັ່ນ ຢາກ ບໍ່ເປັນຄົນເຈັບ ຄົນຈົນ ຄົນແກ່ ຂີ້ພະຍາດ ເປັນຕົ້ນ ຄວາມທຸກກໍເກີດຂື້ນກັບໃຈຂອງຜູ້ນັ້ນ.
3.         ນິໂຣດ ຄື ຄວາມດັບທຸກ ຫຼື ດັບປັນຫາໄດ້ສິ້ນເຊິງ ຫຼື ພາວະທີ່ບໍ່ມີຄວາມທຸກ ພາວະທີບໍມີປັນຫາ ຫຼື ພາວະທີ່ເປັນຄວາມສຸກສະຫງົບ ຫຼືພາວະທີ່ຈະເລີນກ້າວໜ້າ ຫຼືປະສົບຄວາມສຳເລັດໃນຊີວິດ.
4.    ມັກ ຄື ທາງຫຼືວິທີການປະຕິບັດໃຫ້ພົ້ນຈາກຄວາມທູກ ຫຼືປັນຫາທີ່ເກີດຂື້ນໃນຊິວິດປະຈຳວັນ ດ້ວຍການປະຕິບັດຕາມທາງມັດຊິມາປະຕິປະທາ 8ປະການ ຄື ສັມມາທິດຖິ, ສັມມະສັງກັບປະ, ສັມມາວາຈາ, ສັມມາກັມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ແລະ ສັມມາສະມາທິ.

ວິທີເຫັນອຣິຍະສັດ
          ຄົນທົ່ວໄປແຕ່ເຫັນອຣິຍສັດ ໄດ້ແຕ່ພຽງຄິດ ແລະຮູ້ຍ່າງຜິວເຜີນເທົ່ານັ້ນ ສະນັ້ນຈື່ງປະສົບກັບຄວາມທຸກທັງກາຍ ແລະ ໃຈ ໃນການດຳລົງຊີວິດຄະເຄົ້າກັນໄປຕາມຫຼາຍນ້ອຍແຫ່ງເຫດ ແລະປັດໄຈທີ່ກະທຳຜູ້ທີ່ເຫັນອຣິຍສັດ ຈະເຫັນເຖິງສະພາບທີ່ແທ້ຈິງຂອງຊີວິດວ່າມີແຕ່ຄວາມທຸກ ເຫັນເຖິງເຫດຂອງຄວາມທຸກເຫຼົ່ານັ້ນຍ່າງຊັດເຈັນວ່າຈາກຄວາມດີ້ນລົນທະຍານຢາກໃນໃຈ ເຫັນແນວທາງທີ່ຈະກຳຈັດເຫດແຫ່ງທຸກທັງຫຼາຍເຫຼົ່ານັນ ໂດຍປະຕິບັດຕາມແນວທາງແຫ່ງອຣິຍມັກມີອົງ 8 ແລະເຫັນຍ່າງຊັດແຈ້ງເຖິງສະພາບທີໝົດທຸກແລ້ວວ່າ ມີຢູ່ຈິງ ແລະມີຄວາມສຸກຫຼາຍພຽງໃດ ຈື່ງເປັນຄົນລະມັດລະວັງບໍ່ປະມາດທັງກາຍ ວາຈາ ແລະໃຈ ໝັ້ນຄົງຢຸ່ໃນຄວາມດີ ເພື່ອກຳຈັດກິເລດໃຫ້ໝົດບາງເບົາ ຫຼືໝົດໄປ ຕາມແນວທາງທີ່ໄດ້ເຫັນແລ້ວນັ້ນ.

ມຸງຄຸນທີ 34 ເຮັດໃຫ້ນິບພານໃຫ້ແຈ້ງ
          ຕາບໃດທີຍັງບໍ່ໄດ້ບັນລຸພຣະນິບພານ ສັດໂລກທັງມວນຈະຕ້ອງວຽນວ່າຍຕາຍເກີດຢູ່ໃນວັດຕະສົງສານເລື້ອຍໄປ ອັນເປັນໄປຕາມກົດແຫ່ງວັດຕະ 3 ຄື ກິເລດ ກັມ ແລະ ວິບາກ: ກ່າວຄື ກິເລດເປັນເຫດໃຫ້ເຮັດກຳ ກັມເປັນເຫດໃຫ້ເກີດວິບາກ ຄືໃຫ້ເກີດຜົນ ແລະວິບາກຄືຜົນລະກັມທີຈະອຳໜ່ວຍໃຫ້ໄປເກີດໃນພົບພູມໃນພົບຕ່າງໆ ເມື່ອຍັງມີກິເລດຢູ່ ກໍຈະກະທຳກັມ ແລະຈະຕ້ອງໄດ້ຮັບວິບາກວຽນວ່າຍຕາຍເກີດຢູ່ໃນສັງສາຣະວັດ ຢູ່ຕໍ່ໄປບໍ່ຮູ້ຈັກຈົບສິ້ນຜູ້ທີ່ຈະເຂົ້າພົ້ນສັງສາຣະວັດໄປໄດ້ບໍ່ວຽນວ່າຍຕາຍເກີດອີກຕໍ່ໄປນັນ ຈະຕ້ອງປະຕິບັດທັມໃຫ້ໄດ້ບັນລຸພຣະນິບພານ ບັນລຸພຣະນິບພານເມື່ອໃດ ກໍຂ້າມພົ້ນສັງສາຣະວັດໄດ້ເມື່ອນັ້ນ ຕາບໃດທີ່ຍັງວຽນວ່າຍຕາຍເກີດຢູ່ໃນສັງສາຣະວັດ ຕາບນັ້ນກໍຊື່ວ່າຕົກຢູ່ໃນຫ້ວງແຫ່ງຄວາມທຸກ ພົ້ນສັງສາຣະວັດເມື່ອໃດ ກໍພົ້ນທຸກໄດ້ເມື່ອນັ້ນ.

ລັກສະນະຂອງ ນິບພາພານ
1.     ການສິ້ນກິເລດ ຫຼືການດັບກິເລດ ຮຽກວ່າ ນິບພານ
2.    ຜົນທີ່ເກີດຂື້ນເປັນຄວາມສະຫງົບປາສະຈາກຄວາມທຸກໂດຍສິ້ນເຊິ່ງ ຫຼືພາວະທີ່ປາສະຈາກຄວາມທຸກ ອັນເກີດຈາກການສິ້ນກິເລເນັ້ນເອງເປັນຕົວນິບພານ
3.    ທັມມະທາດຍ່າງໜື່ງ ເຊິ່ງເປັນທີ່ດັບຂອງກິເລດ ແລະເປັນສະພາບທີ່ມີຢຸ່ນິຣັນດອນ ເມື່ອໃຜປະຕິບັດຫຼື ລຸເຖິງກິເລດຂອງບຸກຄົນນັ້ນກໍດັບໄປທັມມະທາດອັນນີ້ຖືກວ່າ ຈັດວ່າເປັນນິບພານ ຫຼືບາງທີ່ກໍຮຽກວ່າ ນິບພານ

ນິບພານ ແບ່ງຕາມເຫດທີ່ບັນລຸມີ 2 ຍ່າງ
1.      ສະອຸປາທິເສສະນິບພານ ໝາຍເຖິງ ການດັບກິເລດທີຍັງມີເບັນຈະຂັນເຫຼືອ (ຮ່າງກາຍ) ດັງທີ່ພຣະພຸດທະອົງຕັດເອົາໄວ້ວ່າດຸກ່ອນພິກຂຸທັງຫຼາຍ ສະອຸກາທິເສສະນິບພານທາດດ ເປັນຍ່າງໃດ? ເປັນຍ່າງນີ້ ພູກຂຸທັງຫຼາຍ ຄື ພິກຂຸໃນທັມມະວິໄນນີ້ ເປັນພຣະ ອະຣະຫັນ ສິ້ນອາສະວະກິເລດແລ້ວ ຢູ່ຈົບພົມມະຈັນແລ້ວ (ບັນລຸອະຣະຫັນຕະັມັກ ອະຣະຫັນຕະຜົນແລ້ວ) ປົງພາລະໄດ້ແລ້ວ ( ລະຄວາມຍືດໝັ້ນໃນເບັນຈະຂັນໄດ້ແລ້ວ) ໄດ້ບັນລຸເຖິງປະໂຫຍດຍ່າງຍິ່ງແລ້ວ (ບັນລຸອະຣະຫັນຕະຜົນແລ້ວ) ສິ້ນູກິເລດເຄື່ອງປະກອບໄວ້ໃນພົບແລ້ວ ຮູ້ດີຮູ້ມັກແລ້ວ ຫຼຸດພົ້ນຈາກກິເລດແລ້ວ ອີນຊີ 5 ( ຄື ຫູ ຕາ ດັງ ລີ້ນ ກາຍ) ຂອງພິກຂຸນັ້ນຍັງດຳລົງຢູ່ ເພາະອີນຊີເຫຼົ່ານັ້ນບໍ່ວິບັດ ພິກຂຸນັ້ນຈື່ງຍັງໄດ້ສະເຫວີຍອາລົມທີ່ໜ້າຊອບໃຈແດ່ ເປັນທຸກແດ່ ທັມມະເປັນທີ່ສີ້ນໄປແຫ່ງໂລພະ ເປັນສິ້ນໄປແຫ່ງໂທສະ ເປັນສິ້ນໄປແຫ່ງໂມຫະ ອັນໃດຂອງພິກຂຸນັ້ນ ສະພາວະທັມນີ້ຮຽກວ່າ ສະອຸປາທິເສສະນິບພານທາດ
2.    ອະນຸປາທິເສສະນິບພານ ໝາຍເຖິງການດັບກິເລດບໍ່ມີເບັນຈະຂັນເຫຼືອຢູ່ ເບິ່ງກ່ອນພິກຂຸທັງຫຼາຍ ກໍອະນຸປາທິເສສະນິບພານທາດເປັນຍ່າງໃດນໍ! ເປັນຍ່າງນີ້ ພິກຂຸທັງຫຼ!ຍ ຄື ພິກຂຸໃນທັມມະວິໄນນີ້ ເປັນພຣະອະຣະຫັນສິ້ນອາສະວະກິເລດແລ້ວ ................. ຮູ້ດິຮູ້ຊອບແລ້ວ ຫຼູດພົ້ນຈາກກິເລດແລ້ວ ການສະເຫວີຍອາລົມທັງປວງຂອງພິກຂຸນັ້ນເປັນອັນໄປເຜີດເຜີນແລ້ວ ຈັກດັບໝົດກ້ຽງໃນໂລກນີ້ແລ້ວ ນີ້ຮຽກວ່າ ອະນຸປາທິເສສະນິບພານທາດ(ຂຸ.ອີຕິ.25/258-9)
ພາວະນິບພານ ນິບພານນັ້ນ ເປັນສິ່ງທີ່ມີຢູ່ຈີງ ດັງທີ່ພຣະພຸດທະອົງໄດ້ກ່າວຕັດໄວ້ວ່າ
-      ເບິ່ງກ່ອນພິກຂຸທັງຫຼາຍ ອາຍະຕະນະນັ້ນ (ນິບພານ) ມີຢູ່ ເຊິ່ງເປັນອາຍະຕະນະທີ່ບໍມີດິນ ນ້ຳໄຟ ລົມ ເລີຍ ອາກາສານັນຈາຍະຕະນະ ວິນຍານນັນຈາຍະຕະນະ ອາກິນຈິນຍາຍະນະ ເນວະສັນຍານາສັນຍາຍະຕະນະ ກໍ່ບໍ່ແມ່ນ ໂລກນີ້ກໍ່ບໍ່ແມ່ນ ໂລກອື່ນກໍ່ບໍ່ແມ່ນ ດວງຈັນ ດວງອາທິດ ທັງສອງກໍ່ບໍ່ແມ່ນ ອັນໜື່ງ ພິກຂຸທັງອາຍະຕະນະນັ້ນເຮົາບໍ່ກ່າວເລີຍວ່າ ເປັນການມາ ເປັນການໄປ ເປັນການຕັ້ງໝັ້ນ ເປັນການຈຸຕິ ເປັນການເກີດ ອາຍາຕະນະນັ້ນຫາທີ່ຕັ້ງທີ່ອາໄສບໍ່ໄດ້ ບໍ່ໄດ້ເປັນໄປ ຫາອາລົມບໍ່ໄດ້ ນັ້ນຄືທີສຸດແຫ່ງທຸກ(25/207) ຕາມນັຍແຫ່ງພຣະພຸດທະພົດນີ້ ຈະເຫັນໄດ້ວ່າ ນິບພານເປັນອາຍະຕະນະຍ່າງນື່ງ ຄືເປັນທັມມາຍະຕະນະ ດ້ວຍເປັນທັມມາລົມ ເປັນທີ່ຍຶດໜ່ວງຂອງຈິດ ຂະນະທີ່ໄດ້ບັນລຸໂຄຕະຣະພູຍານເທົ່ານັ້ນ ເພາະຜູ້ບັນລຸຍ່າງນີ້ ເປັນຜູ້ມີໃຈສະອາດ ສະຫງົບ ແລະສະຫວ່າງ ຈະພົ້ນນພາວະແຫ່ງປຸຖຸຊົນແລ້ວແລະອາາຍະຕະນະ ຄື ນິບພານນັ້ນ ເປັນສິ່ງທີ່ມີຢູ່ໂດຍບໍ່ມີການເກີດ ບໍມີສິ່ງໃດຫຼືໃຜສ້າງ ດັງທີ່ພຣະພຸດທະອົງໄດ້ກ່າວຕັດໄວ້ວ່າ
ອັດຖິ ພິກຂະເວ ອະຊາຕັງ ອະກະຕັງ ອະສັງຂະຕັງ (25/207) ພິກຂຸທັງຫຼາຍ ອາຍະຕະນະທີ່ບໍ່ເກີດແລ້ວ ອັນປັດໄຈບໍ່່ເຮັດແລ້ວ ບໍ່ປຸງແຕ່ງແລ້ວມີໜື່ງ ເພິ່ງຮູ້ວ່າການກ່າວ່າ ດິນ ນ້ຳ ໄຟ ລົມ ບໍ່ມີໃນນິບພານ ສ່ອງຄວາມເຈີດຈ້າ ນິບພານບໍ່ແມ່ນຮູບຂັນ ການກ່າວວ່າ ນິບພານບໍ່ແມ່ນອາກາສານັນຈາຍະຕະນະ ເປັນຕົ້ນນັ້ນ ສ່ອງຄວາມເຈີດຈ້າ ນິບພານບໍ່ແມ່ນາມຂັນ ນິບພານ ຈື່ງເປັນຂັນວຸມຸດຕິ
ການກ່າວວ່ານິບພານ ບໍ່ແມ່ນໂລກນີ້ ແລະບໍ່ແມ່ນໂລກອື່ນ ຫຼືບໍ່ແມ່ນດວງຈັນ ດວງອາທິດນັ້ນ ສ່ອງຄວາມເຈີດຈ້າ ນິບພານນັນບໍ່ແມ່ນໂລກຍ່າງໃດໜື່ງໃນໂຫຣາສາດຫຼື້ດາຣາສາດ ການກ່າວປະຕະເສດການມາການໄປເປັນຕົ້ນ ສ່ອງຄວາມເຈີດຈ້ານິບພານນັ້ນບໍ່ມີການສັມພັນກັບໂລກອື່ນ ດ້ວຍໄປມາເຖິງກັນໂດຍອາການປົກກະຕິ ດ້ວຍການວຽນເກີດໃນສົງສານກໍດີ ການກ່າວວ່ານິບພານນັ້ນ ຫາທີ່ອາໄສບໍ່ໄດ້ເປັນຕົ້ນ ສ່ອງຄວາມເຈີດຈ້ານິບພານນັ້ນບໍ່ແມ່ນເປັນສະຖານທີ່ແຫ່ງໃດແຫ່ງໜື່ງໃນໄຕພົບ ນິບພານນັ້ນເປັນທັມມະຊາດພິເສດຊະນິດໜື່ງ
  ດັງທີ່ພຣະພຸດທະອົງໄດ້ກ່າວຕັດເອົາໄວ້ວ່າ ທັມມະຊາດນັ້ນສະຫງົບແລ້ວ ທັມມະຊາດນັ້ນປານີດ ກ່າວຄື ທັມມະຊາດເປັນສິ່ງສະຫງົບສັງຂານທັງ ເປັນທີ່ສະລັດອອກເຊິ່ງອຸປະທັງປວງ ເປັນທີ່ສິ້ນຕັນຫາ ເປັນທີ່ສິ້ນກຳໜົດ

ພາວະຜູ້ບັນລຸນິບພານ
ຜູ້ປະຕິບັດວິປັດສະນາກັມມະຖານ ຈົນເກີດວິປັດສະນາຍານແກ່ກ້າ ໄດ້ບັນລຸອະຣິຍະມັກຍານ ອະຣິຍະຜົນຍານ ສຳເລັດເປັນອົງພຣະອະຣະຫັນເປັນສິ້ນອາສາວະກິເລດແລ້ວ ແຕ່ຍັງມີຊີວິດຢຸ່ ນັບວ່າໄດ້ບັນລຸສະອຸປາທິເສສະນິບພານ
ຫາກໍເຂົ້າໃຈວ່າ ພຣະອະຣະຫັນນັ້ນ ແມ່ນທ່ານຈະໄດ້ບັນລຸຫຼືເຂົ້າເຖິງນິບພານແລ້ວ ແຕ່ທ່ານກໍບໍ່ໄດ້ເຂົ້ານິບພານດັບສະນິດຕະຫຼອດເວລາ ຫຼືບໍ່ແມ່ນວ່າທ່ານຈະຍຶດໜ່ວງນິບພານເປັນອາລົມຕະຫຼອດໄປທຸກເວລານາທີ ແທ້ຈີງ ທ່ານຈະເຂົ້ານິບພານພຽງຊົ່ວໄລະຍະເວລາທີ່ບັນລຸອະຣະຍະມັກຍານ ອະຣະຍະຜົນຍານ ແລະໃນຂະນະທີ່ເຂົ້າຜົນສາມາບັດຫຼືນິໂຣດສະມາບັດເທົ່ານັ້ນ ໃນເວລາປົກກະຕິທີ່ບໍ່ໄດ້ເຂົ້າສະມາບັດ ຈິດຂອງພຣະອະຣະຫັນກໍມີອາລົມເປັນໂລກີຍະ ຄືມີ ຮູບ ສຽງ ກິ່ນ ຣົດ ສັມຜັດ ແລະ ທັມມມາລົມ ເປັນອາລົມ ຍ່າງດຽວກັບຊາວໂລກທົ່ວໄປ
        ແຕ່ພຣະອະຣະຫັນ ທ່ານຮຸ້ເທົ່າທັນອາລົມເຫຼົ່ານັ້ນ ທ່ານບໍ່ມີຄວາມຍິນດີຍິນຮ້າຍໃນອາລົມເຫຼົ່ານັ້ນ ແມ່ນຈະເປັນອິດຖາລົມ ຫຼື ອະນິດຖາລົມ ຜ່ານເຂົ້າມາ ທ່ານຈະກຳນົດຮູ້ທັນທີ່ວ່າມີອາລົມຊະນິດໃດຜ່ານມາ ແລະຮູ້ສຶກພຽງວ່າ ເຫັນກໍຮຸ້ວ່າເຫັນ ຫຼືໄດ້ຍິນກໍຮູ່ວ່າໄດ້ຍິນເທົ່ານັ້ນ ຈະໃຫ້ມີ ໂລພະ ໂທສະ ໂມຫະ ເກີດຂື້ນໃນຂະນະສຳຜັດອາລົມເຫຼົ່ານັ້ນບໍ່ມີ ແລະ ຈະໃຫ້ຕິດຢູ່ໃນອາລົມເຫຼົ່ານັ້ນບໍ່ມີ
          ແມ່ນວ່າ ອາຍະຕະນະພາຍໃນຂອງພຣະອະຣະຫັນ ຍັງຄົງຮັບອາລົມທີ່ເປັນໂລກີຍະ ຢູ່ຍ່າງຊາວໂລກທົ່ວໄປ ແຕ່ບໍ່ຮັບດ້ວຍອຳນາດກິເລດຕັນຫາ ດັງນັ້ນ ຂັນຂອງພຣະ ອະຣະຫັນທັງສ່ວນທີ່ເປັັນຮູບຂັນ ແລະ ນາມຂັນຈື່ງເປັນຂັນບໍລິສຸດ ເຊິ່ງຮຽກວ່າ ວິສຸດທິຂັນ
ເມື່ອ ອິດຖາລົມເກີດຂື້ນ ເຊັ່ນ ໄດ້ເຫັນຮູບທີ່ງາມໆ  ໄດ້ຍິນສຽງທີ່ມ່ວນໆ ໄດ້ດົມກິ່ນທີ່ຫອມໆ ໄດ້ຊິມຣົດຊາດທີ່ແຊ໊ບໆ ໄດ້ສຳຜັດກັບສິ່ງສຳຜັດທີ່ເປັນສຸກ ແລະ ໄດ້ຄິດສິ່ງທີ່ດີງາມດ້ວຍໃຈ ພຣະອະຣະຫັນກໍກຳນົດຮູ້ທັນຕາມສະມຸດຂອງໂລກ ເມື່ອຊາວໂລກສະມຸດວ່າ ດີ ວ່າງາມເປັນຕົ້ນ ທ່ານກໍຈະຮັບຮູ້ຕາມນັ້ນ ແຕ່ບໍ່ຕິດຢູ່ໃນສະມຸດນັ້ນ ເວົ້າງ່າຍໆ ກໍຄື ສິ່ງໃດທີ່ຊາວໂລກນິຍົມວ່າງາມໆ ເປັນຕົ້ນ ພຣະອະຣະຫັນກໍຍ່ອມຮັບວ່າສິ່ງນັງນງາມຕາມສະມຸດນັ້ນ ແຕ່ທ່ານບໍ່ໄດ້ຕົກຢູ່ໃນຄວາມສວຍງາມນັ້ນ ເພາະທ່ານຕັດກິເລດໄດ້ເດັດຂາດແລ້ວ
          ໃນການບໍລິໂພກອາຫານ ແລະ ການພັກຜ່ອນ ນອນຫຼັບກໍເຊັນດຽວກັນ ພຣະອະຣະຫັນທີຍັງມີຊີວິດຢູ່ກໍຍັງຕ້ອງບໍລິໂພກອາຫານ ຍັງຕ້ອງພັກຜ່ອນ ນອນຫຼັບ ເຊັນດຽວກັນກັບຊາວໂລກທົ່ວໄປ ແຕ່ທ່ານບໍ່ໄດ້ບໍລິໂພກອາຫານດ້ວຍອຳນາດຕົນຫາ ບໍ່ໄດ້ພັກຜ່ອນນອນຫຼັບດ້ວຍອຳນາດ ຖິນນະມິດທະ ອັນເປັນອະກຸສົນທັມ ທ່ານບໍລິໂພກອາຫານ ແລະ ພັກຜ່ອນນອນຫຼັບຕາມຄວາມຕ້ອງການຂອງຮ່າງກາຍເທົ່ານັ້ນ ເໝືອນລົດທີ່ຕ້ອງການເຕີ່ມນ້ຳມັນແລະຕ້ອງການພັກເຄື່່ອງຈັກເທົ່ານັ້ນ
ອັນໜື່ງໃນການບໍລິໂພກອາຫານນັ້ນ ສຳຫຼັບຄົນທົ່ວໄປຍ່ອມມີຄວາມຕ້ອງການບໍລິໂພກດ້ວຍເຫດ 2 ປະການ
-      ດ້ວຍຄວາມຫິວ ຫຼື ຄວາມແສບທ້ອງ ເຊິ່ງເປັນຄວາມຕ້ອງການຂອງຮ່າງກາຍ
-      ດ້ວຍຄວາມົຢາກຮັບປະທານອາຫານທີ່ແຊບຖືກປາກຖືກໃຈ ເຊິ່ງເປັນຄວາມຢາກທີ່ເເປັນໄປດ້ວຍອຳນາດກິເລດຕັນຫາ
ແມ່ນວ່າໃນການບໍລິໂພກອາຫານດ້ວຍຄວາມຫິວ ຄົນທີ່ມີກິເລດຕັນຫາຢູ່ ກໍອາດບໍລິໂພກດ້ວຍກິເລດຕັນຫາໄດ້ ເພາະເມື່ອຄວາມຫິວເກີດຂື້ນຄອບຫງຳຈິດໃຈ ກໍອາດເກີດໂລພະ ບໍລິໂພກຫຼາຍເກີນໄປ ຫຼືເມື່ອອາຫານບໍລິໂພກບໍ່ທັນໃຈ ຫຼືບໍ່ຖຶກໃຈກໍເກີດໂທສະ ຫຼືເມື່ອໄດ້ບໍລິໂພກອາຫານທີ່ຖືກໃຈ ກໍອາດຫຼົງຕິດຢູ່ໃນຣົດອາຫານນັ້ນດ້ວຍ ດັງນັ້ນ ຄົນທີ່ຍັງມີກິເລດຕັນຫາຢູ່ ຈື່ງມັກບໍລິໂພກອາຫານດ້ວຍກິເລດຕັນຫາ ສ່ວນພຣະອະຣະຫັນທ່ານບໍລິໂພກອາຫານດ້ວຍຄວາມຫິວ ເຊິ່ງເປັນຄວາມຕ້ອງການຂອງຮ່າງກາຍພຽງຍ່າງດຽວເທົ່ານັ້ນ ທັງຄວາມຫິວທີ່ເກີດຂື້ນກໍບໍ່ສາມາດຄອບຫງຳຈິດໃຈທ່ານໄດ້ເພາະຈິດໃຈທ່ານບໍລຸສຸດ ປາສະຈາກກິເລດຕັນຫາ ແລະທ່ານມີສະຕິກຳນົດຮູ້ທັນຄວາມຫິວທີເກີດຂື້ນນັ້ນ
ໃນການພັກຜ່ອນນອນຫຼັບກໍເຊັ່ນດຽວກັນ ສຳຫຼັບຄົນທີຍັງມີກິເລດນຕົນຫາຢູ່ນັ້ນ ຍ່ອມຕ້ອງຫານພັກຜ່ອນຫຼັບນອນດ້ວຍເຫດ 2 ປະການຄື ດ້ວຍຄວາມຕ້ອງການຂອງຮ່າງກາຍ ດ້ວຍມີຄວາມເມື່ອຍຫລ້າ 1 ດ້ວຍອຳນາດກິິເລດຫຼືອະກຸສົນທັມ ຄື ຖິນນະມິດທະຄອບຫງຳ 1 ເຊິ່ງການພັກຜ່ອນຫຼັບນອນດ້ວຍເຫດປະການຫຼັງນີ້ ເປັນການພັກຜ່ອນຫຼັບນອນຍ່າງປາສະຈາກສະຕິສັມປະຊັນຍະ ບາງຄັ້ງກໍນອນຫຼັບບໍໍ່ມິດຫງຽບ ກ່າວຄື ເມື່ອຖືກຖິນນະມິດທະ ຄອບຫງຳແລ້ວ ທັງໆທີ່ຮ່າງກາຍບໍ່ເມື່ອຍຫລ້າກໍຈະເກີດອາການຫງ່ວງເຫງົາຫາວນອນແລ້ວກໍຫຼັບໄປ ບາງທີ່ກໍນັ່ງງຶກຫົວເຊັ່ນເຄິ່ງນອນ ບາງທີ່ກໍເຮັດໃຫ້ເກີດຝັນຮ້າຍຕ່າາໆ ເພາະຕົນເອງຍັງລະສັນຍາວິປະລາດບໍ່ໄດ້ເປັນເຫດໃຫ້ນອນຫຼັບບໍ່ແທ້ ບໍ່ໄດ້ພັກຜ່ອນເຕັມທີ່
                          ສ່ວນພຣະອະຣະຫັນເປັນນັ້ນ ທ່ານພັກຜ່ອນນອນຫຼັບດ້ວຍຄວາມຕ້ອງການຂອງຮ່າງກາຍພຽງຍ່າງດຽວເທົ່ານັ້ນ ບໍໄດ້ພັກຜ່ອນນອນຫຼັບດ້ວຍກິເລດຫຼື ອະກຸສົນທັມ ເພາະອະກຸທັມຄືຖິນນະມິດທະ ນັ້ນ ທ່ານລະໄດ້ເດັດຂາດແລ້ວ ແລະໃນຂະນະທີ່ທ່ານພັກຜ່ອນນອນຫຼັບດ້ວຍຄວາມຕ້ອງການຂອງຮ່າງກາຍນັ້ນ ພະວັງຄະຈິດຍ່ອມເກີດຂື້ນເລື້ອຍໆ ຕາມຄວາມຕ້ອງການຂອງຮ່າງກາຍ ເໝືອນດອກບົວບານແລ້ວເຖິງຍາມຫູບໄປສະນັ້ນແລ ໂດຍເຫດນີ້ ພຣະອະຣະຫັນເປັນຜູ້ມີຈິດບໍລິສຸດແລ້ວ ລະສັນຍາວິປະລາດໄດ້ແລ້ວ ຈື່ງບໍ່ມີການຝັນ ບໍ່ວ່າຈະດິຫຼືຝັນຮ້າຍດ້ວຍປະການທັງປວງ
                          ໃນການເຈັບໄຂ້ໄດ້ປ່ວຍກໍເຊັນກັນ ສຳຫຼັບປຸຖຸຊົນທົ່ວໄປນັ້ນ ເມື່ອເກີດການເຈັບໄຂ້ໄດ້ປ່ວຍ ເຊັ່ນ ເຈັບຫົວ ເຈັບທ້ອງ ເປັນຕົ້ນ ຍ່ອມໄດ້ຮັບທຸກຂະເວທະນາທັງ 2 ສະຖານ ຄື ທຸກຂະເວທະນາທາງຮ່າງກາຍ ແລະ ທຸກຂະເວທະນາທາງໃຈ ສ່ວນພຣະອະຣະຫັນນັ້ນ ທ່ານມີແຕ່ທຸກຂະເວທະນາທາງກາຍເທົ່ານັ້ນ ບໍ່ໄດ້ມີທຸກຂະເວທະນາທາງໃຈ ເພາະມີສະຕິກຳນົດເທົ່າທັນເວທະນາທີເກີດຂື້ນແລ້ວ ທຸກຂະເວທະນາຈື່ງຄອບຫງຳໃຈຂອງເພິ່ນບໍ່ໄດ້
                          ສຳຫຼັບພຣະອະຣະຫັນທີໄດ້ດັບເບັນຈະຂັນໄປແລ້ວນັ້ນ ຍ່ອມມີໂອການໄດ້ສະເຫວີຍຄວາມສຸກໃນພຣະນິບພານອັນເປັນບໍຣົມມະສຸກ ເປັນສັນຕິສຸກຍ່ງແທ້ຈິງ ເປັນຄວາມສຸກທີ່ຍອດຍິ່ງ ດ້ວຍເປັນຜູ້ຂ້າມພົ້ນຈາກໂອຄະສົງສານ ພົ້ນຈາກການວຽນວ່າຍຕາຍເກີດໃນສັງສາຣະວັດ ພົ້ນຈາກກິເລດ ແລະ ກອງທຸກໂດຍສິ້ນເຊິ່ງ ມີແຕ່ຄວາມສຸກເປັນນິລັນດອນ
                          ຜູ້ທີສາມາດເຮັດໃຫ້ນິບພານແຈ້ງໄດ້ ໄດ້ແກ່
1.     ພຣະ ອະຣິຍະບຸກຄົນ ຄື ຜູ້ປະຕິບັດທັມຈົນໄດ້ເປັນພຣະໂສດາບັນ ພຣະ ສະກີທາຄາມີ ພຣະ ອະນາຄາມີ ພຣະອະຣະຫັນ ພຣະ ອະຣະຍະບຸກຄົນ ທຸກໆອົງຈະສາມາດເຫັນ ພຣະນິບພານເປັນທີ່ຢູ່ໃນຕົວໄດ້ຍ່າງແຈ້ງຊັດ ແລະ ສະເພາະ ພຣະອະຣະຫັນແຕ່ເທົ່ານັ້ນ ທີ່ຈະເຂົ້າໄປສະເຫວີຍສຸກຢຸ່ໃນນິບພານໄດ້ຫຼັງຈາກດັບຂັນໄປແລ້ວ.
2.    ໂຄຕະຣະພູບຸກຄົນ ໝາຍເຖິງ ຜູ້ທີປະຕິບັດທັມແກ່ກ້າ ຊຳນິຊຳນານ ກໍສມາດເຫັນ(ຮຸ້) ພຣະນິບພານໄດ້.
3.    ປຸຖູຊົນ ໝາຍເຖິງ ຜູ້ທີ່ຍັງໜາແໜ້ນໄປດ້ວຍກິເລດ ຖ້າມີການປະຕິບັດທັມແກ່ກ້າເປັນໂຄຕະຣະພຸບຸກຄົນໄດ້ ກໍສາມາດເຫັນພຣະນິບພານໄດ້
ວິທີເຮັດໃຫ້ພຣະນິບພານໃຫ້ແຈ້ງ ມີວິທີດຽວເທົ່ານັ້ນ ຄື ການປະຕິບັດທັມດ້ວຍການຈະເລີນສະມະຖະກັມມະຖານ ແລະ ວິປັດສະນາກັມມະຖານ ຫຼື ຈະເລີນວິປັດສະນາກັມມະຖານຍ່າງດຽວລ້ວນໆ.


ไม่มีความคิดเห็น

ສັບພະຄູນທີ່ກ່ຽວກັັບຜັກກູດນ້ຳ Phak Kut nam

ສັບພະຄຸນຂອງຜັກກູດ   ⇛ ຫຼັງຈາກຈຸ່ມນ້ຳແລ້ວ, ທ່ານສາມາດຕົ້ມຍອດຂອງຜັກກູດ ຫຼື ໄປຂົ້ວໃສ່ຜັກບົ່ວ, ເຄື່ອງຫອມ. ມັນເປັນຜັກປ່າ ທີ່ປະຊາຊົນນໃນເຂດນ...

ขับเคลื่อนโดย Blogger.