ພຸດທະປະຫວັດ
ພຸດທະປະຫວັດ
-ພຣະພຸດທະເຈົ້າມີພຣະນາມເດີມວ່າ ສີທັດຖະ
ເປັນພຣະຣາຊະໂອຣົດຂອງພຣະເຈົ້າສຸດໂທທະນະ ກະສັດຜູ້ຄອງກຸງກະບິນລະພັດ ແຄວ້ນສັກກະ
ເຊິ່ງປັດຈຸບັນຕັ້ງຢູ່ທາງໃຕ້ຂອງປະເທດເນປານ ພຣະຣາຊະມານດາ ພຣະນາມວ່າ
ພຣະນາງສິຣິມະຫາມາຍາ ເຊິ່ງເປັນພຣະຣາຊະທິດາ ຂອງກະສັດຣາຊະສະກຸນໂກລິຍະແຫ່ງເທວະທະຫະ
ແຄວ້ນໂກລິຍະ
-ເຈົ້າຊາຍສິດທັດຖະ ປະສູດເມື່ອ 80 ປີກ່ອນ ພຸດທະສັກກະລາດ
ທີ່ສ່ວນລຸມພິນິວັນ ທີ່ໃຕ້ຕົ້ນສາລະ ນັ້ນເຊິ່ງຢູ່ລະຫວ່າງພົມແດນກູງກະບິນລະພັດ ກລະ
ກຸງເທວະທະຫະ(ປັດຈຸບັນຄື ເມືອງ ຣູມມິນເດ ປະເທດເນປານ) ໄດ້ມີພາມທັງ 8 ໄດ້ທໍານາຍວ່າ
ເຈົ້າຊາຍ ສິທັດຖະມີລັກສະນະເປັນມະຫາບຸຣຸດຄື
ຖ້າດໍາລົງຕົນໃຈຄາລະວາດຈະໄດ້ເປັນເຈົ້າຈັກກະພັດ ຖ້າອອກບວກຈະໄດ້ເປັນສາສະດາເອກຂອງໂລກ
ແຕ່ໂກນທັນຍະພາມຜູ້ມີອາຍຸນ້ອຍທີ່ສຸດໃນຈຳນວນນັ້ນໄດ້ຢືນຢັນໜັກແນ້ນວ່າ
ພຣະຣາຊກຸມມານຈະສະເດັດອອກບວດ ແລະຈະໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າແນ່ນອນ.
2. ໄວເດັກ
ເຊິ່ງໃຈຄວາມສາມຕອນຄື:ສະຣະມະຫາມາຍາ
-ສຶກສາຮ່ຳຮຽນຈົນຈົບລະດັບຂອງການສືຶກສາທາງໂລກໃນສະໄມນັ້ນ
ສິນລະປະສາດເຖິງ 18 ສາດ ໃນສຳນັກຄູວິສະວາມິດ
-ພຣະບິດາບໍ່ຕ້ອງການຈະໃຫ້ເຈົ້າຊາຍເປັນສາສະດາເອກຂອງໂລກ
ຈື່ງພະຍາຍາມໃຫ້ເຈົ້າຊາຍສິທັດຖະພົບແຕ່ຄວາມສຸກທາງໂລກ ເຊັ່ນ ສ້າງປະສາດ 3 ລະດູ
ແລະເມື່ອອາຍຸ 16 ປີໄດ້ໃຫ້ເຈົ້າຊາຍສິທັດຖະອະພິເສກກັບນາງພິມພາ ຫຼື ຍະໂສທະຣາ
ຜູ້ເປັນພຣະ ທິດາຂອງພຣະເຈົ້າກຸງເທວະທະຫະ ເຊິ່ງເປັນພຣະຍາດຝ່າຍພຣະມານດາ
-ເມື່ອມີພຣະຊົນມາຍູ 29 ປີ
ພຣະນາງພິມພາກໍໃຫ້ປະສູດ ຣາຫຸນ(ບ່ວງ)
1.
ສະເດັດອອກບວດ
- ເມື່ອທອດພຣະເນດເຫັນຄົນແກ່
ຄົນເຈັບ ຄົນຕາຍ ແລະສະມະນະຕາມລຳດັບ
ຈື່ງຄິດວ່າຊີວິດຂອງທຸກຄົນຕ້ອງຕົກຢູ່ໃນສະພາບເຊັ່ນນັ້ນ
ບໍ່ມີໃຜຫຼີ້ກລ້ຽງໄດ້ຈື່ງເກີດແນວຄິດວ່າ
- ທຳມະດາໃນໂລກນີ້ມີຂອງຄູ່ກັນຢູ່ເຊັ່ນນີ້
ມີຮ້ອນກໍຕ້ອງມີາວເຍັນ, ມີທຸກ ມີສຸກ ມີເກີດ
ມີເຈັບ ແກ່ ຕາຍ ກໍຕ້ອງມີທີ່ສຸດຂອງທຸກຄື ບໍ່ເກີດ
ບໍ່ແກ່ ບໍ່ເຈັບ ບໍ່ຕາຍເມື່ອເລັງເຫັນຄວາມສູກທາງໂລກເປັນພຽງມາຍາ
ຄວາມສຸກໃນກາມຄຸນເປັນຄວາມສຸກຈອມປອມເປັນພຽງພາບມາຍາທີ່ຊວນໃຫ້ຫຼົງວ່າເປັນຄວາມສຸກເທົ່ານັ້ນ
ໃນຄວາມຈິງແລ້ວບໍ່ມີຄວາມສຸກບໍ່ມີຄວາມເພີດເພີນໃດທີ່ບໍ່ມີຄວາມທຸກເຈື່ອປົນ
-ວິທີ່ທາງທີ່ຈະພົ້ນຈາກຄວາມທຸກຂອງຊີວິດເຊັ່ນນີ້ໄດ້
ຫົນທາງຫຼຸດພົ້ນຈາກວັດຕະສົງສານຈະຕ້ອງສະລະເພດຜູ້ຄອງເຮືອນເປັນສະມະນະ
-ສິ່ງທີ່ຊົງພົບເຫັນຮຽກວ່າ ເທວະທູດ(ທຸດສະຫວັນ)
ຈື່ງຕັດສິນພະໄທອອກບວດໃນວັນທີ່ພຣະຣາຫຸນປະສູດໜ້ອຍໜື່ງ
ພຣະອົງອອກບວດດ້ວຍການມີມ້າກັນທະກະເປັນຍານພາຫະນະ ມີນາຍສັນນະຕາມສະເດັດ
ໂດຍມຸ່ງຕົງໄປທີ່ແມ່ນ້ຳອະໂນມານະທີ ຈື່ງຕັດພຣະເກສາ ແລະປ່ຽນເຄື່ອງເປັນຜ້າກາສາວະຜັກ(ຜ້າຍ້ອມດ້ວຍຣົດຝາດຂອງຕົ້ນໄມ້)
ເປຶ່ອງເຄື່ອມມອບໃຫ້ ທ້າຍສັນນະນໍາກັບ ພຣະນະຄອນ ການອອກບວດຄັ້ງນີ້ຮຽກວ່າ
ການສະເດັດອອກບວດມະຫາພິເນສະກັມ(ການສະເດັດອອກບວດເພື່້ອຄຸນອັນຍິ່ງໃຫຍ່)
ຫຼັງຈາກຜະນວດແລ້ວຈື່ງມຸ່ງໄປທີ່ແມ່ນ້ຳ
ຄະຍາ ແຄ້ວນມະຄົດເພື່ອຄົ້ນຄ້ວາທົດລອງໃນສຳນັກອາຣາຣະດາບົດ ກາລາມະໂຄດ ແລະ ອຸທະກະດາລົດ
ຣາມະບຸດ ເມື່ອຮຽນຈົບທັງສອງສຳນັກ(ບັນລຸຊານຊັ້ນທີ່ແປດ)
ກໍເຫັນວ່າບໍ່ແມ່ນທາງພົ້ນທຸກຕາມທີ່ຕັ້ງເຈດຕະນາໄວ້
-ຈາກນັ້ນສະເດັດໄປທີ່ແມ່ນ້ຳເນຣັນຊະຣາ
ໃນ ເມືອງ ອຸຣຸເວລາເສນານິຄົມ(ປັດຈຸບັນນີ້ສະຖານທີ່ນີ້ຮຽກວ່າ ດົງຄະຄິຣິ)
ເມື່ອບໍາເພັນທຸກກຼະກິຣິຍາ ໂດຍຄົບແຂ້ວດ້ວຍແຂ້ວ ກັ້ນລົມຫາຍໃຈ ແລະອົດອາຫານມ
ຫຼັງຈາກທົດລອງມາ 6 ປີ ກໍຍັງບໍ່ພົບທາງພົ້ນທຸກຈື່ງເລີກບຳເພັນທຸກກຼະກິຣິຍາ
ຫັນມາບຳເພັນພຣະວໍຣະກາຍໂດຍປົກະຕິຕາມພຣະຣາຊະດຳຣິວ່າ ເໝືອນພິນຄວນຈະຄຶງພໍດີຈື່ງຈະໄດສຽງທີ່ມ່ວນແລະໄພເລາະ
ເຊິ່ງພຣະອິນໄດ້ສະເດັດລົງມາດີດພິນຖວາຍ ພິນສາຍໜື່ງຄືງໄວ້ຕຶງເກີນໄປ
ພໍຖືກດີດກໍຂາດຜຶງອອກຈາກກັນຈື່ງພິຈາລະນາເຫັນທາງສາຍກາງວ່າ
ເປັນຫົນທາງທີ່ຈະນຳໄປສູ່ພຣະໂພທິຍານໄດ້
-ລະຫວ່າງທີ່ບຳເພັນທູກກຼະກິຣິຍາ
ປັນຈະວັກຄີ (ໂກນທັນຍະ ວັບປະ ພັດທິຍະ ມະຫານາມະ ອັດສະສິ) ມາຄອຍປະຕິບັດ ພຣະອົງໂດຍຫວັງວ່າຈະບັນລຸທັມວິເສດ
ເມື່ອພຣະອົງເລີກບຳເພັນທຸກກຼະກີຣິຍາ ປັນຈະວັກຄີຈື່ງໝົດສັດທາ ພາກັນໄປຢູ່ທີ່ປ່າ
ອິສິປະຕະນະມະລຶຄະທາຍຍະວັນ ເມືອງພາຣານະສີ ( ເມືອງ ສາຣະນາດ)
ຖ້າອາຕະມາຈະໄດ້ຕັດສະຮູ້ແກ່ພຣະ ປະຣະມາພິເສດສັມໂພທິຍານແລ້ວ
ຂໍໃຫ້ຖາດທອງຄຳນີ້ຈົ່ງລອຍທອນກະແສນ້ຳຂື້ນໄປ ຖາດທອງນັ້ນລອຍທວນກະແສນ້ຳຂື້ນໄປ
ເສັ້ນແລ້ວກໍຈົມລົງຕົງນາກພົບພິມານແຫ່ງພະຍາກາຣະນາກຄະຣາດ ພຣະອົງຊົງໂສມະນັດ ແລະ
ແນ່ພຣະໄທວ່າຈະໄດ້ຕັດສະຮູ້ເປັນພຣະສັບພັນຍູສັມມາສັມພຸດທະເຈົ້າ
ໂດຍຫາຄວາມສົງໄສບໍ່ມີເລີຍ.
-ໃນຍາມເຍັນໂສດຖິຍະໃຫ້ຖວາຍຫຍ້າ
8 ກຳມື ປູລາດເປັນອາສະນະ ທີໂຄນໃຕ້ຕົ້ນໂພ ຕຳບົນອຸຣຸເວລາເສນານິຄົມ
ຣິມຝັ່ງແມ່ນ້ຳເນຣັນຊະຣາ (ປັດຈຸບັນຄື ເມືອງ ພຸດທະຄະຍາ ປະເທດອີນເດຍ)
-ຕັ້ງພຣະໄທ
ອັນແໜ່ວແໜ້ນວ່າຈະບັນລຸໂພທິຍານ ທີ່ປະທັບຫັນພຣະພັກໄປທາງທິດຕະວັນອອກ
-ບັນລຸຮູບຊານທັງ
4ຊັ້ນ ແລ້ວໃຊ້ສະຕິປັນຍາພິຈາລະນາຈົນເກີດຄວາມຮູ້ແຈ້ງຄື
1. ເວລາປະຖົມຍາມ ໄດ້ບຸບເພວິວາສານຸສະຕິຊານ
ຄື ຄວາມຮູ້ເປັນເຫດໃຫ້ລະນຶກຊາດໄດ້
2.
ເວລາມັດຊິມະຍາມໄດ້ຈຸຕູປະປາຕະຊານ(ທິບພະຍາຈັກຂຸຊານ) ຄືຮູ້ເລື່ອງເກີດ
ຕາຍຂອງສັດທັງຫຼາຍວ່າເປັນໄປຕາມກັມທີ່ຕົນກະທຳໄວ້
3. ເວລາປັດສິມຍາມໄດ້
ອາສະວັກຂະຍະຊານ ຄື ຄວາມຮູ້ທີ່ທຳໃຫ້ສີ້ນອາສະວະຫຼືກິເລດ ໝາຍເຖິງຕັດສະຮູ້ອະຣິຍະສັດສີ່
-ອາສະວັດຂະຍະຊານ
ທີ່ຊົງໄດ້ເຮັດໃຫ້ຊົງພິຈາລະນາເຖິງຂັນ 5 ແລະ ເຊິ່ງເປັນເປັນທີ່ຮຽກວ່າ ປະຕິຈະສະມຸບບາດ
ອັນເປັນຕົ້ນທາງໃຫ້ເຂົາເຖິງອະຣິຍະສັດສີ່ 4 ເມື່ອພຣະອົງຮູ້ເຫັນແລ້ວ ຈື່ງລະອຸປາທານ
ແລະຕັດສະຮູ້ເປັນພຣະສັມມາພຸດທະເຈົ້າ
3. ປະຖົມມາເທດສະນາ
ຫຼັງຈາກທີ່ຕັດສະຮູ້ແລ້ວໄດ້ພິຈາລະນາທັມທີ່ພຣະອົງຕັດສະຮູ້ເປັນເວລາ
7 ອາທິດ ຈື່ງເຫັນວ່າພຣະທັມທີ່ພຣະອົງ ຈື່ງບັນລຸນັ້ນມີຄວາມລະອຽດອ່ອນ
ສຸຂຸມຄຳພີພາບຢາກຕໍ່ບຸກຄົນຈະຮູ້ເຂົ້າໃຈ ແລະປະຕິບັດໄດ້
ຈື່ງເກີດຄວາມທໍ້ພຣະໄທວ່າຈະບໍ່ສະແດງທັມໂປດມະຫາຊົນ ຕໍ່ມາທ່ານໄດ້ຍ່າງເລິກເຊິງ ແລ້ວຈືຶ່ງເຫັນວ່າບຸກຄົນໃນໂລກນີ້ມີຫຼາຍຈຳພວກ
ບາງພວກສອນໄດ້ ບາງພວກສອນບໍ່ໄດ້ ປຽບສະເມືອນບົວ 4 ດອກ
ດັງນັ້ນແລ້ວຈື່ງໄຄຄວນທີ່ຈະສະແດງທັມເພື່ອມວນມະນຸດຊາດຕໍ່ປ.
1. ພວກທີ່ມີສະຕິປັນຍາສະລາດ ເປັນສັມມາທິດຖິ
ເມື່ອໄດ້ຟັງທັມກໍສາມາດຮູ້ ແລະເຂົ້າໃຈໃນເວລາອັນສັ້ນໜ້ອຍດຽວໄດ້
ປຽບສະເມື່ອນດອກບົວທີ່ຢູ່ພົ້ນນ້ຳ ເມື່ອຕ້ອງແສງຂອງດວງອາທິດກໍສາມາດເບັ່ງບານທັນທີ(ອຸກຄະຕິຕັນຍູ)
2. ພວກທີ່ມີສະຕິປັນຍາປານກາງເປັນສັມາທິດຖິ
ເມື່ອໄດ້ຟັງທັມແລ້ວ ພິຈາລະນາຕາມ ແລະໄດ້ຮັບການອົບຮົມເຝິກຝົນເພີ່ມເຕີ່ມ ກໍສາມາດຮູ້
ແລະເຂົ້າໃຈໄດ້ໃນເວລາອັນບໍ່ຊ້າ ປຽບສະເມືອນດອກບົວທີ່ຢູ່ໜ້ານ້ຳ ເຊິ່ງຈະບານໃນວັນຖັດໄປ
(ວິປັດຈິຕັນຍູ)
3. ພວກທີ່ມີສະຕິປັນຍານ້ອຍ
ແຕ່ເປັນສັມມາທິດຖິ ເມື່ອໄດ້ຟັງທັງແລ້ວພິຈາລະນາຕາມ ແລະ
ໄດ້ຮັບການອົບຮົບເຝຶກຝົນເພີ່ມເຕີ່ມຢູ່ສະເໝີ ມີຄວາມຂະຫຍັ່ນໝັ່ນພຽນບໍ່ຍ່ອມທໍ້ຖອຍ
ມີສະຕິໝັ້ນຄົງ ປະກອບດ້ອຍສັດທາ ປາສທະ ໃນທີ່ສຸດກໍສາມາດຮູ້ ແລະ
ເຂົ້າໃຈໄດ້ໃນວັນໜື່ງຂ້າງໜ້າ ປຽບສະເໝືອນດອກບົວທີ່ຢູ່ໃຕ້ນ້ຳ ເຊີ່ງຈະຄ່ອຍໆ
ໂພ່ຂື້ນເບັ່ງບານໄດ້ໃນວັນໜື່ງ (ເນຍຍະ).
4. ພວກທີ່ບໍ່ມີສະຕິປັນຍາ
ແລະ ຍັງເປັນມິດສາທິດຖິ ແມ່ນວ່າໄດ້ຟັງທັມກໍບໍ່ສາມາດເຂົ້າໃຈຄວາມໝາຍຫຼືຮູ້ຕາມໄດ້ ທັງຍັງຂາດສັດທາປາສາທະ
ໄຮ້ເຊິ່ງຄວາມພຽນ ປຽບສະເໝືອນດອກບົວທີ່ຈົມຢູ່ກັບຂີ້ຕົມ ມີແຕ່ຈະຕົກເປັນອາຫານຂອງເຕົ່າ,
ປາ ບໍ່ມີໂອກາດໂຜ່ຂື້ນພົ້ນນ້ຳເພື່ອເບັ່ງບານ(ປະທະປະຣະມະ)
ດັ່ງນັ້ນຈື່ງມີພຣະ ກາລຸນາທິຄົນ ລະນຶກ ອາຣາຣະດາບົດ ແລະອຸທົດກະດາບົດວ່າ ມີກິເລດເບົາບາງສາມາດບັນລຸທັມໄດ້ທັນທີ ແຕ່ທ່ານທັງສອງ ໄດ້ ເຖິງແກ່ກັມ(ຕາຍ) ແລ້ວ ຈື່ງໄດ້ລະນຶກເຖິງປັນຈາວັກຄີ ປະກອບດ້ວຍ ພຣະ ໂກນທັນຍະ ພຣະ ວັບປະ ພຣະ ພັດທິຍະ ພຣະ ມະຫານາມ ແລະພຣະອັດສະສິ) ຈື່ງໄດ້ສະເດັດໄປທີ່ປ່າອິສິປະຕະນະມະລຶກຄະທາຍຍະວັນ ເມືອງພາຣານະສີ ແຂວງກາສີ ປັດຈຸບັນຄື ສາຣະນາດ ເມືອງພາຣານະສີ ໃນວັນຂື້ນ 15 ເດືອນ 8 ຈື່ງໄດ້ເທດປະຖົມມະເທສະນາ “ ທັມມະຈັກກັບປະວັດຕະນະສູດ ( ແປວ່າ ສູດຂອງການມຸນວົງລໍ້ແຫ່ງພຣະທັມໃຫ້ເປັນໄປ”.
ເຊິ່ງໃຈຄວາມສາມຕອນຄື:
1. ຊີ້ທາງຜິດ ອັນໄດ້ແກ່ ກາມະສຸຂັນລິການຸໂຍກ ( ການປະກອບຕົນໃຫ້ຊຸ່ມຢູ່ດ້ວຍກາມ)
ແລະອັດຕະກິລະມະຖານຸໂຍກ(ການທໍລະມານຕົນໃຫ້ລຳບາກ) ວ່າເປັນສ່ວນສຸດທີ່ບັນພະຊິດບໍ່ຄວນດຳເນີນ
ແຕ່ເດີ່ນທາງສາຍກາງທີ່ຮຽກວ່າ ມັດຊິມາປະຕິປະທາ ຄື ມັກມີອົງແປດ ເປັນໄປ ເພື່ອພຣະ
ນິບພານ.
2. ສະແດງເພື່ອພຣະ ນິບພານ
3. ປະຕິຍາວ່າຕັດສະຮູ້ໄດ້ໂດຍພຣະອົງເອງ
ແລະໄດ້ບັນລຸທັມວິເສດແລ້ວ
- ໂກນທັນຍະເປັນຜູ້ທຳອິດທີ່ໄດ້ຈັກຂຸທັມກ່ອນ ເກີດຄວາມເຂົ້າໃຈ
ແຈ່ມແຈ້ງຕາມສະພາບເປັນຈິງວ່າ “ຍັງ ກິນຈິ ສະມຸທະຍະທັມມັງ ສັບພະພັນຕັງ ນິໂຣດທະທັມມັນຕິ”
ສິ່ງໃດສິ່ງໜື່ງມີເກີດຂື້ນເປັນທັມມະດາ ສິ່ງນັ້ນທັງໝົດມີດັບເປັນທັມມະດາ
ຈື່ງໄດ້ອຸປະສົມບົດເປັນເອຫິພິກຂຸອຸປະສັມປະທາ
ອົງທຳອິດ
ຫຼັງຈາກນັ້ນ ປັນຈາວັກຄີ
ອຸປະສົມບົດແລ້ວ ພຸດທະອົງຈື່ງເທດ ອະນັນຕະລັກຂະນະສູດ ປັນຈະວັກຄີ ຈື່ງສຳເລັດເປັນ
ອະຣະຫັນ.
6. ລັກສະນະການສະແດງທັມ
-
ສຳລັບຜູ້ທີ່ບໍ່ຮູ້ມີພື້ນຖານທາງທັມມາກ່ອນ ຈະເທດ ອະນຸປຸພະພິກະຖາ ເຊິ່ງວ່າດ້ວຍເລື່ອງ.
-ຄຸນຂອງການໃຫ້ທານ ການຮັກສາສິນ
-ສະວັນ
(ການສະແຫວງສຸກເນື່ອງຈາກການໃຫ້ທານການໃຫ້ສິນ)
-ໂທດຂອງກາມ
ແລະການຫຼີ້ກຕົວອອກຈາກກາມ
-ຈາກນັ້ນຈື່ງສະແດງ
ອະຣະຍະສັດສີ່
7. ສະແດງທັມໂປດຍະສະກຸລະບຸດ.
ຍະສະກຸນລະບຸກຮູ້ສຶກເບື່ອນ່າຍກັບການຄອງເຮືອນຈື່ງໄດ້ໜີອອກຈາກບ້ານໄປຍັງປາອິສິປະຕະນະມະລຶກຄະທາຍຍະວັນ
ເວລາຕອນມືດໃນຕອນເຊົ້າ ແລ້ວກໍໄດພົບກັບພຣະພູດທະເຈົ້າ ບັງເອີນ ຍະສະກຸນລະບຸດ ສະດັບພຣະທັມມະເທດສະໜາໄດ້ດວງຕາເຫັນທັມ
ເປັນພຣະ ອະຣະຫັນ ແລະ ຂໍບວດ
-ອຸບາສົກ ອຸບາສິກາຄູ່ທຳອິດ ຄື
ບິດາ ມານດາ ຂອງ ພຣະ ຍະສະ
ຫຼັງຈາກນັ້ນແລ້ວ
ມີເພື່ອນຂອງຍະສະ ອີກ ສີ່(4) ຄົນ ກັບອີກ ຫ້າສິບຄົນ(50)ໄດ້ມາຟັງທັມມະເທດສະໜາ
ສຳເລັດເປັນພຣະ ອະຣະຫັນ ຈື່ງມີພຣະອະຣະຫັນໃຈໂລກ ຫົກສິບເອັດ(61) ອົງ
8. ການສົ່ງສາວົກອອກປະກາດສາສະໜາ
- ຕັດຮຽກສາວົກອອກປະກາດສາສະໜາ
ເມື່ອມີສາວົກຄົບ 60 ຮູບ (ປັນຈະວັກຄີ ແລະພວກພຣະຍະສະ)
-ຕັດໃຫ້ພຣະສາວົກ 60
ຮູບແຍກຍ້າຍກັນປະກາດພຣະສາສະໜາ 60 ແຫ່ງບໍ່ຊ້ຳທາງກັນ
-ພຣະອົງຈະສະເດັດໄປສະແດງທັມ ນະ
ເມືອງອຸຣຸເວລາເສນານິຄົມ
-ເມື່ອສາວົກອອກປະກາດເທດສະໜາ
ມີຜູ້ຕ້ອງການບວດຫຼາຍ ແລະ ຫົນທາງໄກກັນຈື່ງອະນຸຍາດໃຫ້ສາວົກດຳເນີນການບວດໂດຍໃຊ້ວິທີການ
ຕິສະຣະນະຄົມນູປະສັມປະທາ (ປະຕິຍານຕົນເປັນຜູ້ເຖິງພຣະຣັດຕະນະໄຕຣ)
9. ການປະດິດພຸດທະສາສະໜາ ນະ ແຄ້ວນມະຄົດ.
ວິທີ່ເຜີຍແຜ່ສາສະໜາໃນກູງຣາຊະຄຶ
ເທດໂປດຊະດິນ(ນັກບວດເກົ້າຜົມ)ສາມພີ່ນ້ອງ ໄດ້ແກ່ພຣະ ອຸຣຸເວລະກັດສະປະ ພຣະ ນະທີກັດສະປະ
ພຣະ ຄະຍາກັດສະປະ ແລະ ບໍລິວານ ລວມ 1 000 ຄົນ ກ່ອນແລ້ວໄດ້ຂໍບວດໃນພຣະພູດທະສາສະໜາ
ເພາະພວກຊະດິນເປັນລັດທິ ບູຊາໄຟທີ່ຍິ່ງໃຫຍ່ ຫາກຊະດິນຍ່ອມຮັບພຸດທະທັມໄດ້
ປະຊາຊົນກໍຍ່ອມເກີດຄວາມສັດທາ
ພຣະອຸຣຸເວລະກັດສະປະໄດ້ຍົກຍ້ອງວ່າເປັນຜູ້ເລີດໃນທາງມີບໍຣິສັດ(ບໍຣິວານ)ຫຼາຍ
-ພຣະເຈົ້າພິມພິສານຈື່ງໄດ້ຖວາຍວັດຖືວ່າເປັນວັດແຫ່ງທຳອິດໃນພຣະພຸດທະສາສະໜາ
ຄື ພຣະເວຣຸວັນມະຫາວິຫານ (ວັດເວລຸວັນ)
10. ອຸປະຕິດສະ(ພຣະສາຣະບຸດ ) ແລະ ໂກລິຕະ(ພຣະໂມກຄັນລານະ)
-ທີ່ ກຸງຣາຊະຄຶນີ້ເອງ
ເດັກໜຸ່ມສອງຄົນ ເຊີ່ງເປັນສິດຂອງນັກປັດຊະຍາເມທີ ຜູ້ມີຊື່ສຽງຄົນໜື່ງຊື່ວ່າ ສັນໄຊ
ເວລັດຖະບຸດ ໂດຍ ພຣະ ອັດສະຊິໄດ້ສະແດງທັມໃຫ້ອຸປະຕິສະວ່າ
ທຸກສິ່ງຈາກເຫດ
ພຣະສາສະດາຊົງສະແດງເຫດຂອງສິ່ງເຫຼົ່ານັ້ນ ແລະ ການດັບເຫດຂອງສິ່ງເຫຼົ່ານັ້ນ
ອຸປະຕິສະໄດ້ຟັງກໍເກີດ
ດວງຕາເຫັນທັມ ຈື່ງກາບລາທ່ານແລ້ວຮີບໄປບອກຂໍ້ຄວາມທີ່ຕົນໄດ້ຟັງມາແກ່ໂກລິຕະໄດ້ຟັງ
ກໍເກີດ ດວງຕາເຫັນທັມ ເດັກໜຸ່ມສອງຄົນຈື່ງມາຂໍບວດເປັນສາວົກພ້ອມກັນ ແລະ
ມີຊື່ຮຽກທາງພຣະສາສະໜາວ່າ ພຣະສາຣະບຸດ ແລະ ພຣະໂມກຄັນລັນລານະ ຕາມລຳດັບ
ຫຼັງຈາກບວກໄດ້ 7 ວັນ ພຣະ
ໂມກຄົນລານະໄດ້ບຳເພັນສະມາທິຢູ່ທີ ກັນລະວາລະມຸດຕະຄາມະ ໃກ້ເມືອງມະຄົດ
ຮູ້ສຶກງ່ວງເຫງົາຫາວນອນແກ້ຍ່າງໃດກໍບໍ່ຫາຍ
ຈົນພຣະພຸດທະເຈົ້າສະເດັດໄປຕັດບອກວິທີເອົາຊະນະຄວາມງ່ວງໃຫ້
ພ້ອມປະທານໂອວາດວວ່າດ້ວຍຄວາມບໍ່ຍຶດໝັ້ນຖືໝັ້ນ ໃຫ້ໃຊ້ປັນຍາພິຈາລະນາເວທະນາ
(ຄວາມຮູ້ສຶກ) ທັງຫຼາຍວ່າ ເປັນອະນິດຈັງບໍ່ທ່ຽງແທ້ແນ່ນອນ ຈົບພຸດທະໂອວາດ ພຣະ
ໂມກຄັນລານະ ກໍໄດ້ບັນບຸທັມ ເປັນພຣະ ອະຣະຫັນ.
ຫຼັງຈາກນັ້ນອີກ 15 ວັນ ພຣະ
ສາຣິບຸດໄດ້ຖວາຍງານພັດພຣະພຸດທະເຈົ້າ ຂະນະພຣະອົງສະແດງທັມໂປດທີຄະນະຂະປະຣະພາຊົກ
(ນັກບວດໄວ້ເລັບຍາວ) ຢູ່ທີ່ຖ້ຳສຸກະຣະຊາຕາ ເຊິ່ງ ເຂົາຄິດຊະກູດ ທ່ານພັດວີ ພຣະພຸດທະອົງ
ເລີຍຄິດຕາມພຣະໂອວາດຂອງພຣະພຸດທະເຈົ້າໄປດ້ວຍ
ເມື່ອຈົບພຣະທັມມະເທດສະໜາກໍໄດ້ບັນລຸທັມເປັນພຣະອະຣະຫັນ
ທັງສອງທ່ານໄດ້ຮັບ
ແຕ່ງຕັ້ງຈາກພຣະພຸດທະເຈົ້າໃຫ້ເປັນພຣະ ອັກຣະສາວົກ
ໂດຍພຣະສາຣະບຸດເປັນພຣະອັກຄະຣະສາວົກເບື້ອງຂວາ ມີຄວາມເປັນເລິດກວ່າຜູ້ອື່ນທາງປັນຍາ
ແລະພຣະໂມກຄັນລານະເປັນພຣະອັກຄະຣະສາວົກເບື້ອງຊ້າຍ ມີຄວາມເປັນເລີດກວ່າຜູ້ອື່ນທາງລິດເດດຫຼາຍ
ວັນຂື້ນ 15 ຄ່ຳ ເດືອນ 3 ( ມາຄະບູຊາ)
ເກີດມີຈະຕຣຸງຄະສັນນິບາດ ເຊິ່ງປະກອບດ້ວຍ
1; ວັນນັ້ນ ເປັນວັນມາຄະປູຣະນະມີ ຄື
ວັນເພັນຂື້ນ 15 ຄໍ່າກາງເດືອນມາຄະ ຈື່ງຮຽກວ່າມາຄະບຸຊາ
2: ພຣະພິກຂຸ 1250 ຮູບ ມາປະຊຸມກັນໂດຍບໍ່ໄດ້ມີການນັດໝາຍ
3: ພຣະພິກຂຸທັງໝົດລ້ວນແລ້ວແຕ່ເປັນພຣະອະຣະຫັນ ປະເພດສະຣະພິນຍາ
ຄື ໄດ້ອະພິນຍາ 6 ເຊິ່ງໝາຍເຖິງຄວາມສາມາດ ພິເສດ 6 ປະການ ໄດ້ແກ່ ສະແດງລິດໄດ້
ລະນຶກຊາດໄດ້ ຫູທິບ ຕາທິບ ກຳນົດຮູ້ໃຈຂອງຄົນອື່ນໄດ້ ແລະ ບັນລຸອາສະວັກຂະຍະຍານ(ຄື
ຍານຢັ່ງຮູ້ໃນທັມເເປັນທີ່ສີ້ນໄປແຫ່ງອາສາວະທັງຫຼາຍ)
4: ພຣະພິກຂຸ ເຫຼົ່ານັ້ນທັງໝົດ
ໄດ້ຮັບການອຸປະສົມບົດຈາກພຣະພຸດທະເຈົ້າໂດຍກົງ (ເອຫິພິກຂຸອຸປະສັມປະທາ)
ຊົງເທດ ໂອວາດປາຕິໂມກ
ເຊິ່ງຖືເປັນຫົວໃຈຂອງສາສະໜາພຸດໃຈຄວາມວ່າ
ຈົ່ງທຳດີ ລະເວັ້ນຄວາມຊົ່ວ ແລະ
ທຳໃຈໃຫ້ບໍລິສຸດ
-ພຣະສົງປາຣົດວ່າບໍ່ເຄີຍເຫັນຝົນແບບນີ້ມາກ່ອນພຣະພຸດທະເຈົ້າຈື່ງເລົ່າວ່າ
ຝົນນີ້ເຄີຍຕົກມາແລ້ວເມື່ອເຮົາສະເຫວີຍຊາດເປັນພຣະເວດສັນດອນ
ແລ້ວຈື່ງເລົ່າເລື່ອງມະຫາເວດສັນດອນ
12. ໂປດພຣະພຸດທະບິດາ ແລະ ພຣະປຼະຍູຣະຍາດ ທີ່ ກຸງກະບິນລະພັດ.
-ຊົງສະແດງໂປດພຣະພຸດທະບິດາ(ພະເຈົ້າ
ສຸດໂທທະນະ) ໄດ້ບັນລຸເປັນພຣະໂສດາບັນ ປັດຕິຜົນ ສະກະທາມີຜົນ ອະນາຄາມີຜົນ
ຈົນບັນລຸອະຣະຫັນຕະຜົນເມື່ອໃກ້ສະວັນຄົດ.
-ພຣະນັນທະ(ເປັນໂອຣົດຂອງພຣະສຸດໂທທະນະກັບພຣະນາງປະຊາບໍດີໂຄຕາມີ)
ເຊິ່ງເປັນພຣະ ອະນຸຊາຂອງພຣະພຸດທະເຈົ້າ ພຣະພຸດທະເຈົ້ ນຳອອກໄປບວດ;
-ຕໍ່ມາພຣະນາງຍະໂສທະຣາກໍໃຫ້ພຣະຣາຫຸນເຊິ່ງມີອາຍຸ
7 ປີ ໄປທູນຂໍຣາຊະຊົມບັດ ພຣະພຸດທະເຈົ້າເຫັນວ່າຣາຊະຊົມບັດເປັນຂອງບໍ່ຈິຣັງຢັ້ງຢືນ
ອະຣະຍະຊັບ(ຊັບອັນປະເສີດ) ຕ່າງຫາກເປັນສິ່ງຢັ້ງຢືນ
ຈື່ງໃຫ້ພຣະສາຣິບຸດທຳການບັນພະຊາໃຫ້ແກ່ຣາຫຸນເປັນສາມະເນນ
ດັ່ງນັ້ນຈື່ງເປັນສາມະເນນຮູບທຳອິດໃນທາງພຣະພຸດທະສາສະໜາ ດ້ວຍເຫດນີ້ເອງ ທີ່ ນິໂຄທາຣາມ
ພຣະເຈົ້າສຸດໂທທະນະ ຈື່ງຂໍຮຽກຮ້ອງວ່າ ຂໍຢ່າໃຫ້ການບວດແກ່ຜູ້ໃດ
ໂດຍທີ່ພໍ່ແມ່ຂອງເຂົາຍັງບໍ່ໄດ້ອະນຸຍາດ.
ເມື່ອອາຍຸຄົບ 20
ປີໄດ້ຮັບການອຸປະສົມບົດເປັນພຣະພິກຂຸ ຈາກນັ້ນກໍສຳເລັດເປັນພຣະອະຣະຫັນ
ແລະໄດ້ຍົກຍ້ອງວ່າເປັນຜູ້ເລີດໃນທາງຄ່ອງຄຽວການສຶືກສາ
ຊົງໃຫ້ອຸປະສົມບົດແກ່ເຈົ້າສັກກະຍະ
5 ພຣະ ອົງ ຄື ພຣະອານົນ ພຣະ ອະນຸຣຸດທະ(ເປັນຜູ້ເລີດໃນທາງມີທິບພະຍາຈັກຂຸ) ພຣະພັດທິຍະ
ສັກກະຍະຣາຊາ ພຣະ ພັກຄຸ ພຣະ ກິມະພິຣະ ແລະເຈົ້າໂກລິຍະ 1 ພຣະອົງ ຄື ພຣະເທວະທັດ
ຈົນໄດ້ບັນລຸອະຣະຫັນທັງ 5 ທ່ານ ຍົກເວັ້ນພຣະເທວະທັດ
ພຣະ
ອຸບາລີເປັນບຸດຂອງຊ່າງກັນລະບົກ(ຊ່າງຕັດຜົມ)ຢູ່ໃນວັນນະຕ່ຳ
ໄດ້ຮັບແຕ່ງຕັ້ງໃຫ້ເປັນພະນັກງານພູສາມາລາຂອງເຈົ້າສາກກະຍະ
ທຳໜ້າທີ່ຈັດການເບິ່ງແຍງເຄື່ອງແຕ່ງກາຍ ເມື່ອເຈົ້າສາກກະຍະ 5 ພຣະອົງ ແລະ ເຈົ້າໂກລິຍະ
1 ພຣະອົງຊົງອອກພະນວດ ອຸບາລີໄດ້ຕິດຕາມໄປຂໍບວດດ້ວຍ ພຣະ
ອຸປາລີເມື່ອໄດ້ອຸປະສົມບົດແລ້ວບໍ່ຊ້າກໍບັນລຸທັມ ແລະ ໄດ້ຍົກຍ້ອງວ່າເປັນຜູ້ເລີດທາງ
ດ້ານຜູ້ຊົງໄວ້ເຊິ່ງພຣະວິນັຍ
-ພຣະນາງ ປະຊາບໍດີໂຄຕະມີ
(ພຣະໜ້າຂອງພຣະພຸດທະເຈົ້າ) ໄດ້ຜະນວດເປັນພິກຂຸນີຮູບທຳອິດໃນພຣະພຸດທະສາສະໜາ ໂດຍພຣະ
ອານົນຊ່ວຍກາບທູນຂໍອະນຸຍາດຕໍ່ພຣະພຸດທະເຈົ້າສຸດທ້າຍໄດ້ບັນລຸ ພຣະ ອະຣະຫັນ ແລະ
ຍົກຍ້ອງວ່າເປັນຜູ້ເລີດໃນທາງຮູ້ຣາຕຣີ
-ໂປດໃຫ້ພຣະນາງຍະໂສທະຣາໄດ້ອຸປະສົມບົດເປັນພິກຂູນີ
ຊື່ພຣະນາງພັດທາ ກັດຈານາ ຈົນບັນລຸ ອະຣະຫັນ ແລະ ໄດ້ຍົກຍ້ອງວ່າເປັນຜູ້ເລີດໃນ ບັນລຸອະພິນຍາໃຫຍ່
(ສາມາດລະນຶກຊາດໃນກັບຕ່າງໆຍ້ອນຫຼັງໄດ້ຫຼາຍຈົນນັບບໍ່ຖ້ວນ)
13. ການປະດິດພຸດທະສາສະໜາ ທີ່ ແຄວ້ນໂກສົນ.
ເມື່ອປະດິດສະຖານພຣະສາສະໜາໃນແຄວ້ນມະຄົດໄດ້ຍ່າງໝັ້ນຄົງ
ຕໍ່ມາບໍ່ນານພຣະພຸດທະສາສະໜາກໍໄດ້ມີສູນກາງແຫ່ງໃໝ່ທີ່ ເມື່ອງສາວັດຖີ ແຄວ້ນໂກສົນ
ໂດຍອະນາຖະບິນດິເສດຖີ ໄດ້ສ້າງ ວັດເຊຕະວັນ
ຂື້ນແລ້ວກາບທູບອາຣາທະນາພຣະພຸດທະເຈົ້າແລະພຣະສົງໄປຢູ່ປະຈຳ
ແລະນາງວິສາຂາມະຫາອຸບາສິກາເສດຖີກໍອີກຄົນໜື່ງ ທີ່ມີຈິດສັດທາສ້າງວັດບຸບພາຣາມຖວາຍດ້ວຍ.
14. ປັດຈິມກາລະ
-ກ່ອນປະຣະນິບພານ 3 ເດືອນຊົງປົງອາຍຸສັງຂານ
-ກ່ອນປະຣະນິບພານ 1 ວັນ ນາຍຈຸນທະຖວາຍສຸກະຣະມັດທະວະ
(ໝູ່ອ່ອນ) ເມື່ອພຣະອົງສະເຫວີຍແລ້ວປະຊວນ ພຣະອານົນໂກດ ພຸດທະອົງຈື່ງຕັດວ່າ "ບິນທະບາດມີອານິສົງ ຫຼາຍ ມີ 2 ປະການ ຄື ເມື່ອຕະຖາຄົດ(
ພຸດທະອົງ)ສະເຫວີຍບິນທະບາດແລ້ວ ຕັດສະຮູ້,
ປະຣິນິບພານ".
-ກ່ອນປະຣະນິບພານຊົງກ່າວພຸດທະໂອວາດວ່າ
2.
ພຣະທະສາສະນິກະຊົນທີ່ຕ້ອງການເຝົ້າພຣະອົງຄວນໄປທີ່ "ສັງເວຊະນີຍະສະຖານ"
3.ການວາງຕົວຂອງພິກຂຸຕໍ່ສະຕຣີ ຕ້ອງຄຸມສະຕິຢ່າແປປວນຕາມຣາຄະຕັນຫາ
4.ພຣະບໍຣົມສາຣິກະທາດເປັນເລື່ອງຂອງກະສັດ(ມັນລະກະສັດ)
ບໍ່ແມ່ນກິດຂອງສົງ
5.ຄວາມພັດພາກຂອງເປັນທຳມະດາຂອງໂລກ
6. ທັມ ແລະ ວິນັຍ
ຈະເປັນສາສະດາແທນພຸດທະອົງ ທັງນີ້ເພາະບຸກຄົນບໍ່ທ່ຽງແທ້ເທົ່າກັບ
ພຣະທັມເຊິ່ງເປັນສັດຈະທັມ.
-ປັດສິມສາວົກຄື ສຸພັດທະບໍຣິພາຊົກ
-ປັດຊິມໂອວາດ
“ ດຸກ່ອນພິກຂຸທັງຫຼາຍ ເຮົາຂໍບອກພວກເຈົ້າທັງຫຼາຍ ສັງຂານທັງປວງມີຄວາມເສື່ອມໄປເປັນທຳມະດາ ພວກເຈົ້າ ຈົ່ງສ້າງປະໂຫຍດຕົນເອງ ແລະປະໂຫຍດຂອງຜູ້ອື່ນໃຫ້ສົມບູນດ້ວຍຄວາມບໍ່ປະມາດເຖີດ ”
(ອັບປະມາເທນະ ສັມປາເທຕະ)
-ປະຣິນິພານຂື້ນ 15 ຄ່ຳ ເດືອນ 6 ໃຕ້ຕົ້ນສາລະ ທີ່ ສາລະວະໂນທະຍານ
ຂອງເຫຼົ່າມັນລະກະສັດ ເມືອງກຸສີນາຣາ ແຄວ້ນມັນລະ ພຣະ ຊົນມາຍຸ 80 ປີ ເທດສະໜາເປັນເວລາ
45 ພັນສາ
ไม่มีความคิดเห็น